Ormosia cambodiana Gagnep. - PAPILIONACEAE

ຊ່ືພ້ອງ : Placolobium cambodianum (Gagnep.) Yakovlev

ຊ່ືພື້ນເມືອງເປັນພາສາລາວ : ຂີ້ໝູ Khi mou, ຄ່າ ຂີ້ໝູ Kha khi mou

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ຜັດປ່ຽນໃບ ຫຼື ໃບຂຽວຕະຫລອດປີ ຂະໜາດໃຫຍ່, ເປືອກມີຊ່ອງອາກາດ, ທາດແຫຼວທີ່ລະບາຍອອກ ສີນ້ຳຕານແ ກມສີແດງ. ໃບປະສົມປາຍຄີກ, ຈັບສະຫຼັບ, ກ້ານກາງໄຄ່ທີ່ໂຄນ, ໃບຍ່ອຍຈັບພາບ. ດອກມີເພດຮ່ວມ, ຄ້າຍຮູບດອກໝາກຖົ່ວ, ສີແດງຊ້ຳອົມມ່ວງແກມສີມ່ວງ. ໝາກເປັນຝັກໜາ.
ປະເພດພືດ : ໄມ້ຢືນຕົ້ນ ຜັດປ່ຽນໃບ ຫຼື ໃບຂຽວຕະຫລອດປີ ຂະໜາດໃຫຍ່, ສູງເຖິງ 25 ມ., ເສັ້ນຜ່າກາງປະມານ 45 ຊມ. ເປືອກສີນ້ຳຕານອ່ອນ, ໜາປະມານ 3 ຊມ., ສີນ້ຳຕານ, ເປືອກໃນສີແດງ, ມອກໄມ້ສີເຫຼືອງຄ້າຍສີເຟືອງ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນມີຊ່ອງອາກາດ, ເປືອກສີແດງແກມສີອອກນ້ຳຕານຊ້ຳ, ເປືອກໃນສີເຫຼືອງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າ ເປັນທໍ່ກົມ, ກ້ຽງ ບໍ່ມີຂົນ, ມີຊ່ອງອາກາດ, ສີ ອອກນ້ຳຕານ, ຕອນຕົ້ນເກືອບແປ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ໄຫຼອອກມາ ມີສີນ້ຳຕານແກມສີແດງ.
ໃບ : ໃບປະສົມປາຍຄີກ, ຈັບສະຫຼັບ, ເຕົ້າໂຮມກັນຢູ່ປາຍກິ່ງ, ກ່າງກາງ ຍາວເຖິງ 7 ຊມ., ໄຄ່ທີ່ໂຄນ, ມີ ໃບຍ່ອຍ 5 ຫາ 9 ໃບ, ຈັບພາບ, ຮູບໄຂ່ ຫາຮູບສ້ວຍ, ປາຍສ້ວຍແຫຼມຫາແຫຼມເປັນຕິ່ງ, ໂຄນໃບສ້ວຍແຫລມ, ຂອບໃບລຽບ, ໃບອ່ອນສີນ້ຳຕານແກມສີອອກແດງ, ແຜ່ນໃບຫຍາບຄືແຜ່ນໜັງ, ກ້ຽງ ບໍ່ມີຂົນ ທັງສອງດ້ານ. ກ່າງກາງເປັນຮ່ອງຕາມລວງຍາວ, ດູນຂຶ້ນເຫັນຊັດຢູ່ດ້ານລຸ່ມ, ເປັນເສັ້ນດ່ຽວ, ກ່າງຂັ້ນສອງສະຫຼຽງມຸມເຫວີໃຫ້ກ່າງກາງ, ປະມານ​8 ຄູ່, ກ່າງຂັ້ນສາມຈັດເປັນຕາໜ່າງ. ກ່າງກາງຍາວປະມານ 5-7 ຊມ.
ຊໍ່ດອກ / ດອກ : ດອກມີສີແດງຊ້ຳອົມມ່ວງແກມມ່ວງ, ຈັດເປັນຊໍ່ດອກມີກ້ານ, ອອກຢູ່ ປາຍຍອດ ຫຼື ອອກຂ້າງກິ່ງ, ຊໍ່ກ້ຽງ ບໍ່ມີຂົນ, ຍາວ 8 - 20 ຊມ. ກ້ານ ດອກຍາວປະມານ 7 ມມ, ວົງກາບດອກສີນ້ຳຕານເຂັ້ມ.
ໝາກ : ໝາກເປັນຝັກ, ເປືອກໜາ, ຂະໜາດ 5-7 x 2 - 3 ຊມ, ເປືອກໜາ, ກ້ຽງ ບໍ່ມີຂົນ, ດ້ານນອກອອກສີແດງ ຕໍ່ມາ ສີນ້ຳຕານແ, ເມ່ືອແກ່ແຕກເອງໄດ້.
ແກ່ນ : ແກ່ນມີ 1 ເມັດ, ສີແດງ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າດົງດິບ ຫ່າງ, ບາງຄັ້ງກໍ ພົບຢູ່ໃນປ່າຊຸດໂຊມ ບ່ອນລະດັບ ແຕ່ 200 ຫາ 600 ມ., ສ່ວນຫຼາຍປະປົນນຳ ໄມ້ພອກ, ໄມ້ບົກ, ຫຼາຍຊະນິດຂອງໄມ້ຄຳພີ. ລະດູອອກດອກ ແຕ່ເດືອນມັງກອນຫາເດືອນມີນາ, ລະດູອອກໝາກ ແຕ່ເດືອນກໍລະກົດ ຫາເດືອນສິງຫາ.

ເຂດແຜ່ກະຈາຍພັນ :

ພົບຢູ່ປະເທດມ່ຽນມ້າ, ກຳພູຊາ, ໄທ, ຫວຽດນາມ ແລະ ລາວ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ສຳລັບການກໍ່ສ້າງ ແຕ່ບໍ່ກຸ້ມດົນຍ້ອນເນື້ອໄມ້ບໍ່ທົນຕໍ່ປວກ ແລະ ແມງໄມ້, ໃຊ້ເຮັດຟືນ ັແລະ ສາມາດປູກປະດັບອີກ.

ຕົວຢ່າງທີ່ໄດ້ສຶກສາ :
BT 434 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.
Flore du Cambodge, du Laos et du Viêtnam 1960-2003. Vol. 23. Muséum national d'histoire naturelle, Paris, France.

Top of the page