Parinari anamensis Hance - CHRYSOBALANACEAE

ຊ່ືພ້ອງ : Parinari albidum Craib

ຊ່ືພື້ນເມືອງເປັນພາສາລາວ : ໄມ້ພອກ mai Phok

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ, ເປືອກມີຮອຍແຕກເລິກ ແລະ ແຕກເຫີບ. ກ້ານໃບສ່ວນໂຄນມີຕ່ອມ 2 ເມັດ. ຫູໃບລົ່ນໄວ. ດອກມີເພດຮ່ວມ, ສີຂາວ. ໝາກເນື້ອ ມີແກນຂະໜາດໃຫຍ່ ມີຕຸ່ມຕູຢູ່ຂ້າງນອກ.
ປະເພດພືດ : ໄມ້ຢືນຕົ້ນ ຂຽວຕະຫລອດປີ ສູງເຖິງ 30 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກສີນ້ຳຕານ ອົມສີຂີ້ເຖົ່າ, ເປືອກມີຮອຍແຕກເລິກ, ມີເກັດເປັນແຜ່ນບາງໆ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ມີຂົນລະອຽດ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະຫລັບກັນ, ແຜ່ນໃບຮູບໄຂ່, ມີຂົນລະອຽດ, ປາຍໃບສ້ວຍແຫຼມ, ກົກໃບມົນ, ຂອບໃບລຽບ. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງຂັ້ນສອງສະຫຼຽງ ໃຫ້ກ່າງກາງ, ກ່າງຂັ້ນສາມ ຈັດລຽງເປັນຕາໜ່າງ. ປົກກະຕິ ກ້ານໃບ ມີຕ່ອມ ນ້ອຍໆ, ພໍດີຢູ່ລຸ່ມຈຸດກາງກ້ານໃບ. ຫູໃບຕົກລົ່ນໄວ.
ຊໍ່ດອກ / ດອກ : ດອກ ມີຈຳນວນບໍ່ຫຼາຍປານໃດ, ຈັດລຽງເປັນຊໍ່ດອກ, ຊໍ່ອອກ ຢູ່ຕຳແໜ່ງປາຍຍອດ, ດອກມີເພດ ຮ່ວມ, ກ້ານດອກ ຍາວເຖິງ 3 ມມ.
ໝາກ : ໝາກເນື້ອມີແກນ, ມີຂະໜາດເສັ້ນຜ່າກາງເຖິງ 4 ຊມ, ດ້ານນອກມີເນື້ອບາງໆ, ມີຂົນດົກໜາ ຢູ່ຊັ້ນໃນ.
ແກ່ນ : ແກ່ນ ມີ 1 ຫຼື 2 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດພົບທົ່ວໄປໃນລະດັບປານກາງໃນປ່າດົງ​ດິບ ​ແລະ ປ່າ​ຜັດປ່ຽນ​ໃບ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ກຳພູຊາ, ຫວຽດນາມ ແລະ ລາວ ( ຄຳມ່ວນ, ,ຈຳປາສັກ, ສະຫວັນນະເຂດ, ວຽງຈັນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຮັດຂ້າງໃນຂອງເຮືອນ, ໄມ້ມັກແຕກອອກ ເຮັດໃຫ້ປຸງແຕ່ງຍາກ.

ຕົວຢ່າງທີ່ໄດ້ສຶກສາ :
BT 11, BT 59, BT 1102, LAO 262, LAO 1139 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page