English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
| ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ ຂະໜາດໃຫຍ່, ມີຮາກພຶງ, ເປືອກ ລຽບ ຫຼື ມີຮອຍແຕກເລັກນ້ອຍ. ທາດແຫຼວທີ່ລະບາຍອອກ ເປັນນ້ຳ ມັນ, ສີອອກເຫຼືອງ. ໃບດ່ຽວ ຈັບສະຫຼັບ ພາຍໃນ ແຜ່ນພຽງດຽວ, ໂຄນໃບມົນ, ດ້ານລຸ່ມມີຂົນຮູບດາວ. ມີຫູໃບ. ໝາກແມ່ນໝາກ ເປືອກແຂງໄຂບໍ່ໄດ້ ມີ 5 ປີກຍາວເທົ່າໆກັນ. |
| ປະເພດພືດ : | ເປັນໄມ້ຢືນຕົ້ນຜັດປ່ຽນໃບ ຂະໜາດໃຫຍ່, ສູງ 40-50 ແມັດ ແລະ ເສັ້ນຜ່າໃຈກາງ 80-100 ຊມ. ເຣືອນຍອດຫ່າງໆ. |
| ລຳຕົ້ນ ແລະ ເປືອກ : | ລຳຕົ້ນຕັ້ງຊື່, ເປັນຮູບທໍ່ກົມ, ຢູ່ຕີນຕົ້ນມີພືງຮາກ ຂະໜາດນ້ອຍ. ເປືອກ ຂອງລຳຕົ້ນ ມີສີເທົາ ຫຼື ສີບົວແກມສີອອກສີນ້ຳຕານ, ເປືອກລຽບ ຫຼື ມີຮອຍ ແຕກຕາມລວງຍາວຕື້ນໆ, ເປືອກໃນມີກິ່ນອ່ອນໆ, ເປືອກນອກມີສີຂຽວ. |
| ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າ ເປັນຮູບທໍ່ກົມ ມີຂົນຮູບດາວປົກຫຸ້ມໄວ້. |
| ທາດແຫຼວທີ່ລະບາຍອອກ : | ທາດແຫຼວທີ່ລະບາຍອອກມາມີສີເຫຼືອງ, ມີສານນ້ຳມັນ. |
| ໃບ : | ໃບດ່ຽວຮຽງສະຫຼັບ, ຂະໜາດ 6-20 X 2.7-8 ຊມ, ຮູບສ້ວຍແກມຮູບຂອບ ຂະໜານ, ປາຍໃບມີຫາງສັ້ນ.ກ່າງກາງຟູຂຶ້ນ ຢູ່ດ້ານເທິງຂອງໃບ, ກ່າງໃບ ຂັ້ນສອງສະຫຼຽງມຸມເຫວີໃຫ້ກ່າງກາງ, ຂະໜານກັນຫ່າງໆ, ເສັ້ນກ່າງຂັ້ນສາມ ຈັດເປັນຕານໜ່າງ. |
| ຊໍ່ດອກ / ດອກ : | ດອກ ມີຂະໜາດນ້ອຍ ແລະ ມີກິ່ນຫອມ, ດອກ ຈັບເປັນຊໍ່ດອກແບບ ແຕກແໜງ, ອອກຢູ່ປາຍ ຫຼື ອອກດ້ານຂ້າງຂອງ ກິ່ງ , ໝົດຊໍ່ດອກ ມີຂົນຮູບດາວ ອອ່ນໆປົກຫຸ້ມດົກ ໜາ. ຄວາມຍາວຂອງກ້ານດອກ ຕ່ຳກວ່າ 0.50 ຊມ. |
| ໝາກ : | ໝາກເປັນໝາກແຫ້ງ ເປືອກແຂງເມັດດຽວ, ຮູບໄຂ່ຫາ ຮູບກົມຮີ, ຂະໜາດ 2,2-2,8 X 1,1-1,5 ຊມ, ປາຍ ໝາກແຫຼມ ມີປີກໃຫຍ່ ສອງປີກ ແລະ ປີກນ້ອຍ ສາມປີກ, ມີຂົນແລບໆແບບເສັ້ນໃໝປົກຫຸ້ມຢ່າງດົກໜາ. |
| ແກ່ນ : | ແກ່ນ ມີ 1 ເມັດ. |