English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
| ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ ມີຮາກພຶງ. ເປືອກລຽບ, ລຳຕົ້ນ ເປັນວົງໆ ແລະ ມີຊ່ອງອາກາດ ຮູບດາວຢູ່ສ່ວນລຸ່ມຂອງຕົ້ນ. ທາດແຫຼວທີ່ລະບາຍອອມີທາດນ້ຳມັນ, ມີສີອອກເຫຼືອງ. ໃບ ມີຂົນຮູບດາວຢູ່ດ້ານລຸ່ມ. ໝາກເປືອກແຂງໄຂບໍ່ໄດ້ ມີ 5 ປີກ ຍາວຫ້າປີກຍາວເທົ່າໆກັນ. |
| ປະເພດພືດ : | ເປັນໄມ້ຢືນຕົ້ນ ໃບລົ່່ນຕາມລະດູການ, ສູງ 25 ເຖິງ 40 ມ, ເຮືອນຍອດຮູບກົມ, ແຕກກິ່ງງ່າຊ້າ. |
| ລຳຕົ້ນ ແລະ ເປືອກ : | ລຳຕົ້ນ ເປັນທໍ່ກົມ, ຕັ້ງຊື່ ຫືຼ ບາງຄັ້ງບິດເລັກນ້ອຍ, ລຳຕົ້ນມີປີກຮາກ, ບາງຄັ້ງກໍ່ບໍ່ສະໝຳ່ສະເໝີ; ເປືອກມີສີນ້ຳຕານອົມສີອອກເຫືຼອງ ຫາສີນ້ຳຕານແກມ ສີອອກໝົ່ນ, ມີຮອຍແຕກລະອຽດ, ເປືອກໃນເປັນເສັ້ນໆ ພ້ອມມີຊ່ອງອາກາດ ຮູບດາວກວ້າງ. |
| ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າ ເປັນລ່ຽມ, ເມື່ອເວລາຍັງອ່ອນມີຂົນສັ້ນ ມີສີອອກຂີ້ເຖົ່າ, ກິ່ງງ່າເປັນທໍ່ກົມ, ກ້ຽງ ບໍ່ມີຂົນ, ເມື່ອເວລາແກ່ມັນຈະບາງ ແລະ ແຂງ. |
| ທາດແຫຼວທີ່ລະບາຍອອກ : | .ທາດແຫຼວ ທີ່ລະບາຍອອກມີທາດນ້ຳມັນ, ມີສີອອກເຫືຼອງ. |
| ໃບ : | ໃບດ່ຽວ ຈັບສະຫຼັບ, ຂະໜາດ 12-14 x 4-4.5 ຊມ, ຮູບຂອບຂະໜານ ຫຼື ຮູບໃບຫອກແກມຂອບຂະໜານ, ປາຍໃບສ້ວຍມຸມເຫວີ, ກົກໃບມົນ ຫືຼ ສ້ວຍມຸມເຫວີ, ຢູ່ໂຄນບ້ຽວເລັກນ້ອຍ, ຂອບໃບເປັນຄື້ນແດ່ບໍ່ແດ່, ກ້ຽງ ບໍ່ມີຂົນຢູ່ທັງ ສອງດ້ານ. ກ່າງກາງເປັນຮ່ອງຕາມລວງຍາວຢູ່ດ້ານເທິງ , ກ່າງກາງເປັນກາ່ງດ່ຽວ,ກ່າງຂັ້ນສອງ ສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມຈັດເປັນແບບດາງແຫ ຢ່າງລະອຽດ, ກ້ານໃບມີຂົນອ່ອນໆ ຕໍ່ມາກ້ຽງ ບໍ່ມີຂົນ. ຫູໃບ ຕົກລົ່ນໄວ. |
| ຊໍ່ດອກ / ດອກ : | ດອກ ຈັດເປັນຊໍ່ດອກແຕກແໜງ, ອອກຢູ່ປາຍຍອດ ຫືຼ ຢູ່ຂ້າງກິ່ງ, ໃບຊ້ອນດອກຮູບແຂບ ຫາຮູບປາຍຫອກ. ຕາດອກເປັນຮູບກົມ ຫາຮູບຂອບຂະໜານ, ມີຂົນອ່ອນນຸ້ມ. |
| ໝາກ : | ແມ່ນໝາກແຫ້ງເປືອກແຂງ, ຍາວ 1 ຊມ, ຮູບກົມ ຫາຮູບໄຂ່, ເມື່ອເວລາຍັງອ່ອນມີສີອອກແດງ, ມີຂົນລະອຽດ, ມີຫ້າປີກ, ຮູບຂອບຂະໜານ ຫາຮູບປາຍຫອກ ຍາວເທົ່າໆກັນ, ປີກກິ່ວເຂົ້າເລັກນ້ອຍຢູ່ໂຄນ ແລະ ປາຍປີກປູ້. |
| ແກ່ນ : | ແກ່ນ ມີ 1 ເມັດ. |