Pellacalyx axillaris Korth. - RHIZOPHORACEAE

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ປະເພດພືດ : ເປັນຕົ້ນໄມ້ປ່ຽນໃບ ສູງເຖິງ 8 ແມັດ, ເສັ້ນຜ່ານສູນກາງຂອງລຳຕົ້ນປະມານ 17 ຊັງຕີແມັດ; ງ່າໂກນເປັນຮູ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນລຽບ, ເປືອກນອກສີເທົາແກມສີນ້ຳຕານຈາງ, ໜາປະມານ 1 ຊມ. ເປືອກໃນສີແດງຈາງ, ໜາປະມານ 1 ຊມ. ມອກໄມ້ມີສີຂາວ
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າອ່ອນ ມີວົງແຫວນຮອຍແປ້ວຂອງຫູໃບທີ່ຫລ່ົນໄປແລ້ວຢູ່ທີ່ຂໍ້, ມີຂົນອ່ອນໆ ສີແດງແກມສີສົ້ມ.
ທາດແຫຼວທີ່ລະບາຍອອກ : ເປັນຂີ້ເຜິ້ງ.
ໃບ : ໃບດ່ຽວ, ຮຽງກົງກັນຂ້າມ, ເປັນຈຸ້ມໃບທີ່ປາຍຍອດ, ແຜ່ນໃບຮູບໄຂ່, ຮູບ ຂອບ ຂະຫນານ ເຖິງຮູບຮີ, ຂະຫນາດ 7-16 x 3-7 ຊມ., ປາຍໃບສ້ວຍແຫລມ ເຖິງເປັນຕິ່ງແຫລມ, ກົກໃບສ້ວຍແຫລມ, ຂອບໃບລຽບຢູ່ບໍລິເວນກົກໃບ ແຕ່ກາງເຖິງປາຍໃບ ຂອບໃບເປັນແສກ, ໃບອ່ອນສີນ້ຳຕານ, ແຜ່ນໃບຄ້າຍຄື ແຜ່ນໜັງ, ຜິວກ້ຽງທັງສອງດ້ານ. ກ່າງກາງຮາບພຽງຢູ່ດ້ານເທິງ, ເປັນຄູຊັດເຈນ ດ້ານທ້ອງໃບ, ກ່າງໃບຂັ້ນຫນຶ່ງເປັນເສັ້ນດ່ຽວ, ກ່າງໃບຂັ້ນສອງສະຫຼຽງ, ມີຈຳ ນວນ 5 ຄູ່, ກ່າງຂັ້ນສາມ ບໍ່ເຫັນແຈ້ງ. ຫູໃບຮູບໃບຫອກປາຍແຫລມ ຫຸ້ມຫໍ່ເອົາໃບ ອ່ອນຢູ່ປາຍຍອດ, ຕໍ່ມາເຫລືອພຽງວົງແຫວນຮອຍແປ້ວສີນ້ຳຕານຂອງຫູໃບ ເມຶ່ອມັນຫລົ່ນ.ມີຫູໃບ,
ຊໍ່ດອກ / ດອກ : ຊໍ່ດອກເກີດເປັນຈຸ້ມ ຫລື ກູ່ມດອກແບບກະຈຸກ, ມີໃບຊ້ອນດອກ. ດອກ ອອກເປັນກຸ່ມ ຕາມຊໍ່ແບບກະຈຸກ ກຸ່ມລະ 3-5 ດອກ, ບໍ່ມີກ້ານດອກ, ກີບດອກສີແດງຊ້ຳ ໃນບໍລິເວນກົກກີບ, ປາຍກີບສີຂຽວ ແຄມເປັນ ຝອຍໆ, ເກສອນຜູ້ 5 ອັນ ໂຄ້ງກົ່ງຄືນຫລັງ ເມື່ອດອກແກ່.
ໝາກ : ໝາກມເນື້ອມີແກ່ນ, ອອກດ່ຽວ, ຮູບກົມ, ກ້ຽງ ບໍ່ມີຂົນ, ເສັ້ນຜ່ານສູນກາງປະມານ 5-6 ມມ, ວົງກາບດອກ ທົນນານຢູ່ນຳໝາກ.
ແກ່ນ : ມີເມັດຈຳນວນຫລາຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນປ່າແປກ ແລະ ປ່າດົງດິບ ແລະ ເຂດເປີດແປນຂອງປ່າຖືກບຸກລຸກ ຄວາມສູງທຽບກັບລະດັບນ້ຳທະເລ ແຕ່ 200 - 500 ມ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດພະມ້າ, ອິນໂດເນເຊັຍ(ຊູມາດຕຼາ, ບອກນ່ຽວ ), ແຫຼມມາເລເຊັຍ, ຟີລິບປິນ, ໄທ, ຫວຽດນາມ, ລາວ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ບໍ່ໄດ້ນຳໃຊ້

ຕົວຢ່າງທີ່ໄດ້ສຶກສາ :
BT 220 and BT 232 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flora of Thailand. 1970-2002. Vol. 2, part 1. Forest Herbarium, Royal Forest Department, Bangkok, Thailand.

Top of the page