Phyllanthus emblica L. - EUPHORBIACEAE

ຊ່ືພ້ອງ : Cicca emblica (l.) Kurz
Emblica officinalis Gaertn.

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນຂາມປ້ອມ Ton khampome

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ັດປ່ຽນໃບ, ກິ່ງ ງ່ານ້ອຍ ຕົກລົ່ນພ້ອມໆກັບໃບ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການ ໄລຍະສັ້ນໆ, ສູງເຖິງ 20 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຂົດໂງ, ເປືອກມີສີນ້ຳຕານແກມສີໜົ່ນ, ລຽບ ແລະ ບາງເທ່ືອ ເປືອກລອກເປັນແຜ່ນໆ ຕາມລວງຍາວ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະຫລັບຕາມ ແຜນພຽງ ດຽວ, ແຕ່ປະກົດອອກຄ້າຍໃບປະກອບ ແບບຂົນນົກ, ໃບ ຮູບຂອບຂະໜານ, ກ້ຽງ ບໍ່ມີຂົນ, ປາຍສ້ວຍມຸມເຫວີ, ຫຼື ສ້ວຍແຫຼມ, ກົກມົນ, ຢູ່ດ້ານລຸ່ມ ອອກສີຂຽວແກມນ້ຳເງິນ, ຂອບໃບລຽບ. ຫູໃບຂະໜາດນ້ອຍໆ.
ຊໍ່ດອກ / ດອກ : ດອກມີຫຼາຍ ຈັດລຽງຕາມຊໍ່ດອກ ອອກຢູ່ທາງຂ້າງ ຫຼື ອອກຢູ່ທາງຫລັງຂອງໃບ, ດອກມີເພດດຽວ ຢູ່ໃນຕົ້ນດຽວກັນ, ກ້ານດອກຍ່ອຍຍາວ 3 ມ.ມ.
ໝາກ : ໝາກເປັນໝາກເນື້ອມີແກນ, ມີເສັ້ນຜ່າກາງຍາວເຖິງ 2 ຊມ, ໝາກອວບນ້ຳ, ໝາກໄຂບໍ່ໄດ້ ເວລາແກ່ແລ້ວ.
ແກ່ນ : ມີແກ່ນ 3 ຫາ 6 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຫຼາຍໃນບ່ອນແຫ້ງແລ້ງ, ປ່າໂຄກ.

ເຂດແຜ່ກະຈາຍພັນ :

ເກີດຢູ່ ປະເທດອົດສະຕາລີ (ພາກເໜືອ), ມ່ຽນມ້າ, ກຳພູຊາ, ຈີນ (ພາກໃຕ້), ອິນເດັຍ, ອິນໂດເນເຊັຍ, ມາເລເຊັຍ, ເນປານ, ນິວກີເນັຍ, ຟີລິບປິນ, ໄທ, ຫວຽດນາມ ແລະ ລາວ (ແຂວງຄຳມ່ວນ, ຫຼວງພະບາງ, ສາລະວັນ ແລະ ວຽງຈັນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໝາກສາມາດກິນໄດ້, ແຕ່ມີຣົດສົ້ມນ້ອຍໜຶ່ງ, ໝາກໃຊ້ເຮັດຢາແກ້ໄອ, ໄມ້ໃຊ້ເຮັດເຟີນີເຈີ, ເຮັດເຄື່ອງມື ແລະ ເຜົາເຮັດຖ່ານ.

ຕົວຢ່າງທີ່ໄດ້ສຶກສາ :
BT 529, BT 632, LAO 33, LAO 267 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn, P. & Anusarnsunthorn, V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page