Pinus merkusii Jungh. & de Vriese - PINACEAE

ຊ່ືພ້ອງ : Pinus tonkinensis A.Chev.
Pinus merkusii Jungh. & de Vriese var. tonkinensis (A.Chev.) Gausen

ຊ່ືພື້ນເມືອງເປັນພາສາລາວ : ແປກສອງໃບ Pek songbai

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ຕົ້ນແປກ ມີໃບເຂັມ ສອງໃບໃນຈຸ້ມໜຶ່ງໆ.
ປະເພດພືດ : ເປັນໄມ້ຢືນຕົ້ນໃບຂຽວຕະຫລອດປີ, ສູງ ເຖິງ 30 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີສີຂີ້ເຖົ່າແກ່ ຫຼື ສີອອກດຳ ແລະ ມີຮອຍແຕກເລິກ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວລະບາຍອອກເປັນທາດນ້ຳມັນ.
ໃບ : ໃບດ່ຽວ, ຄ້າຍເຂັມ, ຈັບເປັນຈູ້ມໆ ລະສອງ, ອອກຢູ່ ເທິງຕໍເກົ່າ ສັ້ນໆ. ບໍໍ່ ມີຫູໃບ.
ຊໍ່ດອກ / ດອກ : ດອກມີຫຼາຍ ຈັດລຽງຕາມຊໍ່ດອກ, ດອກມີເພດດຽວ ພາຍໃນຕົ້ນດຽວ ກັນ, ດອກເພດຜູ້ຈັດລຽງໃນຊໍ່ດອກຫ້ອຍ ສີເຫຼືອງ, ເພດແມ່ຢູ່ໃນໂກນ ດອກທີ່ແຂງຄືໄມ້ ແລະ ໜາ.
ໝາກ : ໝາກເປັນໂກນ ຍາວເຖິງ 11 ຊມ, ໝາກເປັນເກັດໆ, ມີເນື້ອແຂງ, ເກັດເປັນຮູບລ່ຽມ ມີ 4 ຫາ 5 ມຸມ.
ແກ່ນ : ແກ່ນ ມີຫຼາຍເມັດ, ມີປີກບາງໆ 1 ປີກ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ແມ່ນຈຸດພິເສດຂອງປ່າແປກແລ້ງ ທີ່ຢູ່ບ່ອນສູງ ເຖິງ 1000 ແມັດ .

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ມ່ຽນມ້າ, ກຳພູຊາ, ຈີນ (ພາກໃຕ້), ອີນໂດເນເຊັຍ (ຊູມາຕຼາ), ຟີລິບປິນ, ໄທ, ຫວຽດນາມ ແລະ ລາວ (ແຂວງອັດຕະປື, ຄຳມ່ວນ, ສະຫວັນນະເຂດ ແລະ ຊຽງຂວາງ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປັນໄມ້ທີ່ມີລາຄາສູງຫຼາຍ ສຳລັບການກໍ່ສ້າງ, ເຮັດແປ້ນປູພື້ນ ແລະ ເຮັດເຮືອ. ຢາງໃຊ້ເປັນສ່ວນປະກອບໃນການໃຊ້ນ້ຳສີ ແລະ ໃຊ້ເຂົ້າໃນການຢາ ຫຼາກຫຼາຍຢ່າງ.

ຕົວຢ່າງທີ່ໄດ້ສຶກສາ :
BT 186, LAO 235, LAO 725, LAO 805, LAO 888, LAO 1313, LAO 1386 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn, P. & Anusarnsunthorn, V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Hoang Van Sam, Khamseng Nanthavong & P.J.A. Keßler. 2004. Trees of Laos and Vietnam. Blumea 49: 201--349.

Top of the page