Prunus arborea (Blume) Kalkman - ROSACEAE

ຊ່ືພື້ນຖານ : Polydontia arborea Bl.

ຊ່ືພ້ອງ : Pygeum arborea Endl.

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ, ເປືອກແຕກເຫີບ ແລະ ມີຮອຍແຕກ, ທາດແຫຼວທີ່ລະບາຍອອກເປັນນ້ຳມັນ ມີກິ່ນຂອງໝາກ ອານ ມອັນ. ກິ່ງງ່າອອ່ນມີຂົນສີນ້ຳຕານປົກຄຸມ. ກ້ານໃບມີຕ່ອມ 2 ເມັດຈັບຢູ່ໃກ້ປາຍໆ. ຫູໃບລຽບ, ເສຣີ. ຊໍ່ດອກ ອອກທາງຂ້າງ, ດອກມີເພດຮ່ວມ, ສີຄຼີມ. ໝາກເປັນໝາກເນື້ອ ມີແກນ ຮູບກົມ.
ປະເພດພືດ : ເປັນຕົ້ນໄມ້ປ່ຽນໃບ ສູງເຖິງ 15 ແມັດ, ເສັ້ນຜ່ານສູນກາງຂອງລຳຕົ້ນປະມານ 35 ຊັງຕີແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່ຕົງ ແລະ ເປັນທ່ອນກົມ, ເປືອກບາງ, ກ້ຽງ ບໍ່ມີຂົນ, ສີນ້ຳເງິນແ ກມສີເທົາ, ມີຮອຍແຕກລະອຽດ, ມີຊ່ອງອາກາດ, ເປືອກນອກສີຂຽວ, ເປືອກໃນໜາປະມານ 3 ມມ. ສີນ້ຳຕານຈາງ, ມອກໄມ້ ມີສີຂາວ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນທໍ່ກົມ, ມີຂົນອ່ອນສີນ້ຳຕານ ຫຸ້ມຢ່າງດົກໜາ, ເວລາອ່ອນ ມີຊ່ອງອາກາດ.
ທາດແຫຼວທີ່ລະບາຍອອກ : ນ້ຳຢາງມີກິ່ນ ແຮງ.
ໃບ : ໃບດ່ຽວ,ຈັບສະຫລັບ, ຮູບໄຂ່ຫາຮູບຮີ, ຂະຫນາດ 5-15 x 2-7 ຊມ. , ປາຍໃບສ້ວຍແຫລມເຖິງສ້ວຍແຫລມເປັນຕິ່ງ, ກົກໃບສ້ວຍແຫລມ, ຂອບໃບລຽບ, ແຜ່ນໃບຫນາ ແລະ ແຂງຄ້າຍຄືແຜ່ນໜັງ, ດ້ານລຸ່ມໃບ ມີຂົນປົກຄຸມ. ກ່າງກາງ ເປັນຮ່ອງຕາມລວງຍາວ, ເຫັນຊັດຢູ່ດ້ານລຸ່ມ, ມີຂົນດົກໜາຢູ່ສອງດ້ານ. ກ່າງຂັ້ນສອງ 8-12 ຄູ່ ສະຫຼຽງໃຫ້ ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມສະຫຼຽງ. ມີຕ່ອມ 2 ຕ່ອມ ຈັບທີ່ໂຄນຂອງແຜ່ນໃບ. ໃບອ່ອນສີອອກນ້ຳຕານ. ກ່າງໃບຂັ້ນຫນຶ່ງເປັນຮ່ອງຕາມລວງຍາວ ດ້ານເທະງໃບ ແລະ ເປັນຄູຊັດເຈນຢູ່ດ້ານລຸ່ມໃບ. ກ່າງໃບຂັ້ນສອງຂະຫນານກັນ, ມີຈຳນວນ 8-12 ຄູ່. ກ້ານໃບຍາວ 5-10 ມມ., ຫູໃບແຄບແຫລມ, ຫຸ້ມຫໍ່ໃບສອງໃບ ຢູ່ ປາຍຍອດ ຕໍ່ມາເຫລືອພຽງຮອຍເປັນວົງແຫວນສີນ້ຳຕານ ເມ່ືອຫູໃບຫລົ່ນແລ້ວ.
ຊໍ່ດອກ / ດອກ : ດອກສີຂາວ, ອອກເປັນຈຸ້ມຊໍ່ດອກມີກ້ານຫຼາຍຂັ້ນ ບາງຄັ້ງແຕກແໜງ, ຍາວ 2-5 ຊມ, ອອກຢູ່ຂ້າງກິ່ງ , ມີຂົນປົກຄຸມ, ກ້ານດອກສັ້ນຫລາຍ ຫລື ເກືອບບໍ່ມີກ້ານດອກ. ດອກສີເຫລືອງແກມຂາວ, ມີຂົນຫນານຸ້ມ.
ໝາກ : ໝາກເນື້ອມີແກນ ຮູບກົມ, ປະມານ 0.5 ຊມ, ມີຂົນ ປົກຄຸມ. ໝາກມີສີຂຽວ ຕໍ່ມາສີແດງຊ້ຳ ຫລື ສີດຳ,
ແກ່ນ : ມີ 2 ເມັດ ສີນ້ຳຕານ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນປ່າດົງດິບ ເຂດພູສູງ ແລະ ເຂດປ່າດົງດິບຊຸ່ມຊື່ນ ລະດັບຄວາມສູງແຕ່ 200 - 500 ມ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດ ມ່ຽນມ້າ, ກຳພູຊາ, ຈັນ, ອິນເດັຍ, ປາກິດສະຖານ, ໄທ, ຫວຽດນາມ, ແລະ ລາວ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ນຳໃຊ້ເຮັດເສົາເຮືອນ, ໃນການປຸກສ້າງທົ່ວໄປ, ເຮັດເຟີນີເຈີ ແລະ ເຮັດຟືນ. ຕົ້ນປູກເປັນພືດປະດັບ. ຫມາກກິນໄດ້ ແລະ ໃຊ້ເປັນຢາສະໝູນໄພ

ຕົວຢ່າງທີ່ໄດ້ສຶກສາ :
BT 354 and BT 822 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Dung Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.
Flora of Thailand. 1970-2002. Vol. 2, part 1. Forest Herbarium, Royal Forest Department, Bangkok, Thailand.

Top of the page