Pterospermum lanceaefolium Roxb. - STERCULIACEAE

ຊ່ືພ້ອງ : Pterospermum insulare Pierre
Pterospermum pierrei Hance

ຊ່ືພື້ນເມືອງເປັນພາສາລາວ : ຫຳອາວ Ham ao

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ປະເພດພືດ : ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການ ຫຼື ໃບຂຽວຕະຫລອດປີ, ສູງເຖິງ 20 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີສີນ້ຳຕານ , ມີຮອຍແຕກ ແລະ ເປັນເກັດເລັກນ້ອຍ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ ແລະ ມີຂົນ
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະຫລັບ ແລະ ກ້ຽວວຽນ, ໃບມີຮູບໃບຫອກປີ້ນ, ປາຍສ້ວຍແຫຼມຍາວ ຫາເປັນຕິ່ງຍາວ, ກົກໃບບ້ຽວເລັກນ້ອຍ, ມີຂົນຮູບດາວຢູ່ດ້ານລຸ່ມຂອງແຜ່ນໃບ, ຂອບໃບເປັນແຂ້ວເລ່ືອຍເລິກ ແຕ່ເຄິ່ງເທິງ ໄປ, ມີກ່າງ 3 ເສັ້ນໃຫຍ່ອອກແຕ່ໂຄນ, ກ່າງຂັ້ນສອງສະຫຼຽງໃຫ້ ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມສະຫຼຽງ. ຫູໃບວ້ຳເລິກ ແລະ ທົນນານ ຈັບຢູ່ປາຍໆຂອງງ່າ.
ຊໍ່ດອກ / ດອກ : ດອກອອກດ່ຽວ, ອອກຢູ່ທາງຂ້າງ, ດອກມີສອງເພດ, ກ້ານດອກຍ່ອຍຍາວກວ່າ 0.5 ຊ.ມ.
ໝາກ : ໝາກແຫ້ງໄຂໄດ້ແບບແຄບຊູນ, ຂະໜາດຍາວເຖິງ 8 ຊມ, ເນື້ອແຂງ, ເວລາແກ່ ໝາກແຕກອອກເປັນ 5 ປ່ຽງ.
ແກ່ນ : ມີແກ່ນຫຼາຍ ເມັດ, ແກ່ນຮູບໄຂ່, ມີປີກບາງໆ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປ ໃນລະດັບປານກາງ ຕາມປ່າດົງດິບ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ມ່ຽນມ້າ, ຈີນ (ພາກໃຕ້), ອີນເດັຍ, ມາເລເຊັຍ (ແຫຼມມາເລ), ໄທ ແລະ ລາວ (ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ຍັງບໍ່ທັນເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 767 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Phengklai C. 2001. Sterculiaceae in Flora of Thailand 7: 610.

Top of the page