Quercus kerrii Craib - FAGACEAE

ຊ່ືພ້ອງ : Cyclobalanopsis kerrii Craib

ຊ່ືພື້ນເມືອງເປັນພາສາລາວ : ກໍ່​ຊາຍ​ດົງ Kosai dong

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໃບອ່ອນສີອອກບົວ ຫຼື ສີມ່ວງ ມີຂົນສີນ້ຳຕານ ແກມສີທອງ, ໃບແກ່ເປັນແຂ້ວເລື່ອຍແຫຼມຢູ່ສ່ວນປາຍຂອງໃບເທົ່ານັ້ນ. ໝາກຈັບເປັນກຸ່ມສັ້ນໆ ແລະ ດົກໜາ, ຖານໝາກ ເປັນຮູບຖ້ວຍ ຊຶ່ງກວມເອົາເຄິ່ງໜຶ່ງຂອງໝາກ, ໝາກເປືອກແຂງມີແກ່ນດຽວ ມີລັກສະທາງແປເຂົ້າທາງປາຍ ແລະ ມີປາຍສັ້ນໆ.
ປະເພດພືດ : ໄມ້ຢືນຕົ້ນ ໃບລົ່ນຕາມລະດູການ, ສູງ 15 – 40 ແມັດ, ງາຕັ້ງຊັນຂຶ້ນ. ມີ ປີກຮາກ.
ລຳຕົ້ນ ແລະ ເປືອກ : ເປືອກສີນ້ຳຕານເຂັ້ມ ຫາ ສີເກືອບດຳ, ມີຮອຍແຕກ ຊ່ອງອາກາດ, ລຳຕົ້ນມີຮອຍແຕກເລິກ. ເປືອກໃນເປັນສີອອກແດງ, ເນື້ອໄມ້ ເປັນສີເຫຼືອງຈືດໆ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນຮູບທໍ່ກົມ, ເມື່ອຍັງອ່ອນມີຂົນອ່ອນໆສີເຫຼືອງແກມນ້ຳຕານ, ເມື່ອຍັງອ່ອນ, ເມື່ອແກ່ຈະກ້ຽງ, ສີນ້ຳຕານເຂັ້ມ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວໄຫຼອອກ.
ໃບ : ໃບດ່ຽວ ຈັບສະຫລັບ ແລະ ກ້ຽວວຽນ, ຂະໜາດ 9-24 x 3.5-8 ຊມ, ຮູບໄຂ່ແຄບ, ຮູບສ້ວຍ ແກມຮູບຂອບຂະໜານ , ປາຍສ້ວຍແຫຼມ ຫຼືສ້ວຍມຸມເຫວີ, ໂຄນໃບຮຽວ ແຫຼມ ຫຼື ມົນ, ບ້ຽວເລັກນ້ອຍ, ຂອບໃບເປັນແຂ້ວເລ່ືອຍໃນເຄິ່ງ ສ່ວນເທິງ, ແຜ່ນໃບ ໜຽວຄືໜັງ ດ້ານລຸ່ມມີຂົນບົ່ວ. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງຂັ້ນໜຶ່ງ ເປັນກ່າງດ່ຽວ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນ ສາມສະຫຼຽງ. ກ້ານໃບ ແລະ ຫູໃບ ມີຂົນ.
ຊໍ່ດອກ / ດອກ : ດອກນ້ອຍ, ສີອອກຂຽວ, ດອກເຕົ້າໂຮມກັນເປັນຈຸ້ມຊໍ່ຢ່ອນ.
ໝາກ : ໝາກເປັນໝາກເປືອກແຂງ (ໝາກກໍ່) ອອກເປັນກຸ່ມສັ້ນ ແລະ ດົກໜາ , ຂະໜາດ 1.5- 2 x 2-3 ຊມ, ເປືອກ ລຽບ.
ແກ່ນ : ໝາກມີກ້ານສັ້ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າດົງດິບ ຊຸ່ມ, ປ່າປະສົມໃບຫຼົ່ນຕາມລະດູການ, ຢູ່ໃນເຂດພູຕ່ຳ ແລະ ມີໃນປ່າປ່ຽນໃບ ທີ່ມີພືດຕະກຸນໄມ້ຍາງ ບ່ອນທີ່ມີຄວາມສູງຕັ້ງແຕ່ 400 ເຖິງ 1250 ແມັດ. ອອກດອກໃນ ເດືອນມີນາ ເຖິງເດືອນ ເມສາ, ອອກໝາກໃນເດືອນ ມີຖຸນາ ເຖິງ ເດືອນກັນຍາ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດມ່ຽນມ້າ, ກຳພູຊາ, ຈີນ, ໄທ (ພາກເໜືອ ແລະ ພາກຕາເວັນຕົກສ່ຽງໃຕ້), ຫວຽດນາມ ແລະ ລາວ ( ແຂວງຄຳມ່ວນ ແລະ ຊຽງຂວາງ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ນຳໃຊ້ເປັນໄມ້ຟືນໄດ້ດີ.

ຕົວຢ່າງທີ່ໄດ້ສຶກສາ :
BT 231, BT 297 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore Générale de l’Indochine. 1929. Vol. 5, Fasc. 8-10.
Chamlong Phengklai et al. Fagaceae of Thailand. 1984. BRT, The Thai Response to Biodiversity.
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Lehmann L., M. Greijmans and D. Shenman. 2003. Forests and trees of the central highlands of Xieng Khouang Lao PDR, A field guide. Lao Tree Seed Project, Vientiane, Laos.
Chamlong Phengklai. 2006. Thai Forest Bulletin, no 34. Bangkok, The Forest Herbarium.

Top of the page