Rothmannia vietnamensis Tirveng. - RUBIACEAE

ຊ່ືພື້ນເມືອງເປັນພາສາລາວ : ກົກ​ກະດອມ Kadom

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ປະເພດພືດ : ເປັນໄມ້ພຸ່ມຜັດປ່ຽນໃບ ສູງເຖິງ 2 ແມັດ, ເສັ້ນຜ່ານສູນກາງຂອງລຳຕົ້ນປະມານ 0.4 ຊັງຕີແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນມີເປືອກລຽບ, ສີນ້ຳຕານແກມສີອອກຂຽວ, ມີຊ່ອງອາກາດ, ເປືອກ ນອກສີຂຽວ, ເປືອກໃນສີສົ້ມ, ມອກໄມ້ ມີສີເຫລືອງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າອ່ອນມີຂົນປົກຄຸມ ສ່ວນຫລາຍ ມີຂໍ້ສອງອັນໃກ້ໆກັນ, ຂໍ້ຢູ່ປາຍຍອດພັດທະນາເປັນໃບ ດັ່ງນັ້ນ ໃບສ່ວນຫລາຍຈັດເປັນຈຸ້ມສາມ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ
ໃບ : ໃບດ່ຽວ, ຈັບພາບກັນ, ບາງຄັ້ງເປັນຈຸ້ມ ສາມໃບ ທີ່ປາຍກິ່ງ, ແຜ່ນໃບຮູບຮີ ຫາຮູບຂອບຂະໜານ, ຂະຫນາດ 12-20 x 4-7 ຊມ., ປາຍໃບສ້ວຍແຫລມ, ກົກໃບສ້ວຍແຫລມຫາຮຽວແຫຼມ, ຂອບໃບລຽບ, ແຜ່ນໃບ ເກືອບຄ້າຍຄືແຜ່ນໜັງ, ຜິວກ້ຽງ ບໍ່ມີຂົນທັງສອງດ້ານ, . ກ່າງກາງເປັນຮ່ອງຕາມລວງຍາວ ຢູ່ດ້ານເທິງ ແລະ ເປັນຄູຊັດເຈນຢູ່ດ້ານລຸ່ມ, ກ່າງໃບຂັ້ນໜຶ່ງເປັນເສັ້ນດ່ຽວ, ກ່າງຂັ້ນສອງ ສະຫຼຽງມຸມເຫວີ, ຂະຫນານກັນຖ່ີໆ, ມີຈຳນວນ 7-10 ຄູ່, ມີຫູໃບ ຢູ່ລະຫວ່າງ ກ້ານໃບ, ຂະຫນາດນ້ອຍ ເປັນຮູບສາມຫລ່ຽມ.
ຊໍ່ດອກ / ດອກ : ດອກ ຂະຫນາດໃຫຍ່, ອອກດ່ຽວ, ອອກຢູ່ປາຍຍອດ ຫລື ປະກົດວ່າ ອອກຢູ່ຂ້າງກິ່ງ, ວົງກີບດອກເປັນຮູບປາກແກ, ຫລອດວົງກີບດອກ ຍາວປະມານ 6 ຊມ. ແສກວົງກີບດອກຍາວປະມານ 4 ຊມ. , ອອກ ສີຂາວຄີມ ແລະ ມີຈຸດສີແດງຢູ່ດ້ານໃນ ມີກ່ິນຫອມຫວນ.
ໝາກ : ໝາກຄ້າຍໝາກເນື້ອມີເມັດ, ອອກດ່ຽວ, ຮູບກົມ ຫາຮູບໄຂ່, ເສັ້ນຜ່າກາງປະມານ 3-4 ຊມ. ໝາກອ່ອນ ມີສີຂຽວ.
ແກ່ນ : ມີເມັດຈຳນວນຫລາຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນປ່າດົງດິບເຂດພູສູງ, ໃນປ່າແປກ ຫລື ປ່າຫມາກກໍ່ ຢູ່ລະດັບຄວາມສູງແຕ່ 500 - 600 ມ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດໄທ, ຫວຽດນາມ ແລະ ລາວ

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 150 and BT 154 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Puff C., K. Chayamarit and V. Chamchumroon. 2005. Rubiaceae of Thailand. A pictorial guide to indigenous and cultivated genera. The Forest Herbarium, National Park, Wildlife and Plant Conservation Department, Bangkok.

Top of the page