Schima wallichii (DC.) Korth. - THEACEAE

ຊ່ືພື້ນຖານ : Gordonia wallichii DC.

ຊ່ືພ້ອງ : Schima crenata Korth.
Schima noronhae Blume

ຊ່ືພື້ນເມືອງເປັນພາສາລາວ : ທະໂລ້ Thalo

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃບຂຽວຕະຫຼອດປີ, ເປືອກສີອອກດຳ, ມີຮອຍແຕກ. ໃບດ່ຽວ, ຈັບສະຫຼັບ, ດ້ານລຸ່ມມີສີຂຽວແກມສີນ້ຳເງິນ, ຂອບລຽບ. ດອກມີເພດຮ່ວມ, ອອກທາງຂ້າງ, ສີຂາວ, ມີເກສອນຫຼາຍ. ໝາກ ແມ່ນໝາກແຫ້ງໄຂໄດ້ແບບແຄບຊູນ, ແກ່ນມີປີກແູຄບໆ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບຂຽວຕະຫລອດປີ, ສູງເຖິງ 35 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີສີຂີ້ເຖົ່າແກ່ ຫຼື ເກືອບແມ່ນສີດຳ ແລະ ມີຮອຍແຕກເລິກ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ມີຂົນລະອຽດ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະຫລັບ ແລະ ກ້ຽວວຽນ, ແຜ່ນໃບມີຮູບໄຂ່ກ້ວາງ ຫາ ຮູບໃບຫອກ, ປາຍສ້ວຍແຫຼມ ຫຼື ມີຕິ່ງແຫຼມ, ກົກໃບສ້ວຍແຫຼມ ຫຼື ມົນ, ກ້ຽງບໍ່ມີຂົນ, ຂອບໃບ ລຽບ, ບາງຄັ້ງ ຂອບໃບເປັນແຂ້ວເລ່ືອຍຢູ່ປາຍໆ, ດ້ານລຸ່ມມີສີຂຽວແກມນ້ຳເງິນ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ມີດອກດ່ຽວ ຫຼື ມີດອກບໍ່ຫຼາຍປານໃດ ຈັດລຽງຢູ່ຕາມຊໍ່ດອກ, ອອກທາງຂ້າງ, ດອກມີສອງເພດ, ກ້ານດອກຍ່ອຍຍາວກວ່າ 0.5 ຊ.ມ.
ໝາກ : ໝາກແຫ້ງໄຂບໍ່ໄດ້, ມີຂະໜາດເສັ້ນຜ່າກາງຍາວເຖິງ 3 ຊມ, ມີເນື້ອແຂງ, ເວລາແກ່ ໝາກແຕກອອກເປັນ 5 ປ່ຽງ.
ແກ່ນ : ແກ່ນ ມີຫຼາຍ, ເປັນຮູບໝາກໄຂ່ຫລັງ, ອ້ອມຮອບດ້ວຍປີກ ແຄບໆໜື່ງອັນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຫຼາຍ ໂດຍສະເພາະ ເປັນຊະນິດເດັ່ນໃນປ່າເທິງພູ .

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ມ່ຽນມ້າ, ກຳພູຊາ, ຈີນ (ພາກໃຕ້), ອິນເດັຍ (ພາກຕາເວັນອອກສ່ຽງເໜືອ), ອິນໂດເນເຊັຍ (ຊາວາ, ຊູມາດຕຼາ, ບອກນ່ຽວ), ມາເລເຊັຍ, (ແຫຼມ ມາເລ ), ຟີລິບປິນ, ໄທ, ຫວຽດນາມ ແລະ ລາວ (ແຂວງຄຳມ່ວນ ແລະ ຊຽງຂວາງ ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ເນື້ອແຂງທີ່ມີຄຸນນະພາບ ແຕ່ເສັ້ນໄມ້ເປັນພິດ ເຮັດໃຫ້ຊ່າງໄມ້ບໍ່ນິຍົມເລີຍ, ໃຊ້ເຮັດໄມ້ຟືນໄດ້ດີທີ່ສຸດ. ເປືອກ ໃຊ້ເປັນຢາຂ້າເຊື້ອໂຣກ ຕາມບາດແຜ.

ຕົວຢ່າງທີ່ໄດ້ສຶກສາ :
BT 5, BT 7, BT 63, BT 206A, BT 442, LAO 1, LAO 78, Lao 258, LAO 1131, LAO 1288 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn, P. & Anusarnsunthorn, V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Hoang Van Sam, Khamseng Nanthavong & P.J.A. Keßler. 2004. Trees of Laos and Vietnam. Blumea 49: 201--349.

Top of the page