Sindora laotica Gagnep. - CAESALPINIACEAE

ຊ່ືພ້ອງ : Sindora kontumensis Gagnep.

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນແຕ້ໜາມຫຍອງ Ton Te name nhong

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໝາກ​ຮູບ​ສວ້ຍ​ກວ້າງ, ສີ​ນ້ຳຕານ​ຊ້ຳ, ຢູ່​ຕາມ​ຜິວ​ມີ​ໝາ​ມ ມີ​ນ້ຳ​ຢາງ​ສີຂາວ​ເປັນ​ກ້ອນ​ນ້ອຍໆ​ຈັບ​ຕາມ​ໜາມ ​ແລະ ຢູ່​ປາຍ​ສຸດມີ​ຈະ​ງອຍ​ແຫຼມ​.
ປະເພດພືດ : ໄມ້​ຢືນ​ຕົ້ນ​ຂະໜາດ​ໃຫຍ່​ໃບ​ປ່ຽນ​ຕາມ​ລະດູ​ການ ສູງ​ເຖິງ 45 ​ແມັດ, ​ເສັ້ນ​ຜ່າ​ກາງ ຢູ່​ລະດັບ​ເອິກ 1 ​ແມັດ​. ງ່າຕັ້ງ​ຊັນ​ຂຶ້ນ​ທຽບ​ໃສ່​ລຳ​ຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳ​ຕົ້ນ ຕັ້ງຊື່. ​ເປືອກ​ລຽບ, ​ໂຄນ​ຕົ້ນ​ປຸ້ງ ເປັນ​ວົງ​ເລັກ​ນ້ອຍ, ມີ​ຊ່ອງ​ອາກາດ, ​ເປືອກ​ນອກ​ໜາ 1 ຊມ, ສີ​ນ້ຳຕານ​ອ່ອນ, ​ເນື້ອ​ໄມ້​ສີຂາວ.
ງ່າ ແລະ ກິ່ງນ້ອຍ : ກິ່ງ​ງ່າຮູບ​ທໍ່​ກົມ, ກ້ຽງ ບໍ່​ມີ​ຂົນ, ສີ​ນ້ຳຕານ​ ​ແກມ​ສີ ອອກ​ຂຽວຕໍ່​ມາ​ເມື່ອ​ແຫ້ງເປັນ​ສີ​ນ້ຳຕານ​ຊ້ຳ. ກິ່ງ​ງ່າ​ອ່ອນ​ສີນຳ້ຕານ​​ແຈ້ງມີ​ຂົນ​ດົກໜາ.
ທາດແຫຼວທີ່ລະບາຍອອກ : ມີ​ນ້ຳ​ຢາງ​ໄຫຼ​ອອກ​ມາ, ​ເມື່ອ​ແຫ້ງ​ເປັນ​ສີ​ຂາວ.
ໃບ : ໃບ​ປະສົມ​ແບບ​ຂົນ​ນົກ​ປານ​ຄູ່, ຈັບ​ສະຫຼັບ, ກ້ານ​ກາງ​ຍາວ 7-15 ຊມ, ​ໂຄນ​ກ້ານ​ໃບ​ເຫວີ, ​ໃບ​ຍ່ອຍ​ມີ 2-3 ຄູ່, ຈັບ​ພາບ, 10 x 5 ຊມ, ຮູບ​ໄຂ່, ບ້ຽວ​ເລັກ​ນ້ອຍ, ປາຍ​ໃບ​ສ້ວຍແຫຼມ​ເປັນ​ຕິ່ງ, ​ໂຄນ​ໃບ​ມົນ ຫຼື ຮຽວ​ແຫຼມ, ຂອບ​ໃບ​ລຽບ, ​ແຜ່ນ​ໃບ​ຄ້າຍຄື​ໜັງ, ​​ເຫຼື້ອມ, ກ້ຽງ ບໍ່​ມີ​ຂົນ. ກ່າງ​ກາງ​ ຢູ່ດ້ານ​ເທິ່ງເປັນ​ຮ່ອງ​ຕາມ​ລວງ​ຍາວ, ດ້ານ​ລຸ່ມ​ໃຫຍ່​ເຫັນ​ຊັດ, ​ໂຄ້ງ​ເລັກ​ນ້ອຍ, ກ່າງ​ຂັ້ນສອງສະຫຼຽງ​​ໃຫ້​ກ່າງ​ກາງ, ຂະໜານ​ກັນ​ຫ່າງ​ໆ, ກ່າງ​ຂັ້ນ​ສາມ​ເປັນ​ດາງ​ແຫ​ ລະອຽດ. ກ້ານ​ໃບ​ຍອ່ຍຍາວ 3-4 ມມ. ມີ​ຫູ​ໃບ, ຮູບ​ສາມຫຼ່ຽມ, ​ໂຄນ​ໃບ​ມົນ​ເລັກ​ນ້ອຍ, ປາຍ​ໃບ​ສ້ວຍແຫຼມຢ່າງ​ແຮງ ​ແລະ​ຫຼົ່ນ​ໄວ.
ຊໍ່ດອກ / ດອກ : ດອກອອກ​ເປັນ​ຊໍ່​​ແບບ​ຊໍ່​ແຕກ​ແໜງຈັບ​ຢູ່​ປາຍ​ຍອດ​ ຫຼື​ຈັບ​ຢູ່​ຂ້າງ​ກິ່ງ, ມີ​ຂົນ​ນຸ້ມສີ​ທອງ​ແກມ​ເຫຼືອງ​ດົກໜາ, ຕາດ​ອກຮູບ​ໄຂ່​ ຢູ່ກາບ​ດອກ​ດ້ານ​ນອກມີ​ໝາ​ມນ້ອຍໆ.
ໝາກ : ໝາກ​ເປັນ​ຝັກແຂງຄືໄມ້, ຂະໜາດ 6-8 X 3-4 ຊມ, ສີ​ນ້ຳຕານ​ຊ້ຳ​ເວລາ​ແຫ້ງ, ຮູບ​ສ້ວຍ​ກວ້າງ, ຢູ່​ປາຍ​ສຸດມີ​ຈະ​ງອຍ​ແຂງ ​ແລະ ​ແຫຼມ, ໝາກມີ​ໝາ​ມ ​ແລະ ນ້ຳ​ຢາງ​ທີ່ເປັນນ້ຳມັນສີຂາວ​ຈັບ​ຢູ່​ຕາມ​ເປືອກ.
ແກ່ນ : ແກ່ນ​ມີ 1-3 ​​ເມັດ, ສີດຳ ​ແລະ ​ເຫຼື້ອມ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບ​​ໃນ​ປ່າດົງ​ດິບ ​ແລະ ປ່າ​ຊຸດ​ໂຊມ​ຕາມ​ເສັ້ນ​ທາງ, ບ່ອນ​ທີ່​ມີ​ຄວາມ​ສູງ ​ແຕ່ 300 ​ເຖິງ 1000 ​ແມັດ. ອອກດອກ​ໃນ​ເດືອນມີນາ ​ເຖິງ ​ເດຶອ​ນ​ເມສາ, ອອກ​ໝາກ​ແຕ່​ເດືອນ ​ເມສາ ​ເຖິງ ​ເດືອນ​ພະຈິກ.

ເຂດແຜ່ກະຈາຍພັນ :

ເກີດ​ໃນ​ປະ​ເທດ​ວຽດນາມ, ລາວ (​ແຂວງ​ຄຳ​ມ່ວນ, ວຽງ​ຈັນ (​ແມ່​ແບບ)) .

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການ​ນຳ​ໃຊ້ ບໍ່​ເປັນ​ທີ່​ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 25 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
K. Larsen, S.S. Larsen & J.E. Vidal. 1980. Leguminosae- Caesalpiniaceae. Flore du Cambodge, Laos et Vietnam, No 18. Museum National d’Histoire Naturelle.

Top of the page