Sindora siamensis Teijsm. ex Miq. - CAESALPINIACEAE

ຊ່ືພ້ອງ : Sindora cochinchinensis Baillon
Sindora wallichii Benth. var. siamensis (Teijsm. ex Miq.) Baker

ຊ່ືພື້ນເມືອງເປັນພາສາລາວ : ແຕ້ໜາມ, ແຕ້ຮໍ Te name, Te horn

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ຜັດປ່ຽນໃບ ຫຼື ໃບຂຽວຕະຫລອດປີ, ເປືອກລຽບ ຫາ ເປືອກມີຮອຍແຕກຕື້ນໆ ທາດແຫຼວລະບາຍອອກເປັນນ້ຳ ມັນ. ໃບປະສົມ ມີ 2 ຫາ 3 ຄູ່, ກ້ານກ່າງກາງໄຄ່ທີ່ໂຄນ. ດອກຈັດ ເປັນຊໍ່ແຕກແໜງອອກຢູ່ປາຍ ຫຼື ອອກຢູ່ຂ້າງ, ສີຂຽວແກມເຫຼືອງ, ມີເພດຮ່ວມ. ໝາກເປັນຝັກແປໆ ຮູບມົນແກມຮູບໄຂ່, ມີໜາມ, ມັກມີຢອດນ້ຳຢາງສີຂາວ ຢົງຢາຍຢູ່.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການ ຫຼື ໃບຂຽວເຄິ່ງປີ, ສູງ 25 ແມດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີສີນ້ຳຕານແກ່, ກ້ຽງ ຫຼື ມີຮອຍແຕກເລັກນ້ອຍ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ມີທາດແຫຼວລະບາຍອອກ​ເປັນ​ນ້ຳມັນ ຈັບ​ນຳ​ໝາກ.
ໃບ : ໃບປະກອບ, ແບບຂົນນົກປາຍ​ຄູ່, ຈັບສະຫລັບ ແລະ ກ້ຽວວຽນ, ບິ້ງໃບ ຮູບ​ໄຂ່​ຫາ​ຮູບຮີ, 2-3 ຄູ່, ປາຍ​ແຫຼມ​ເປັນ​ຕິ່ງ ຫາ ມົນ, ກົກໃບມົນ, ຂອບໃບລຽບ. ກ່າງກາງ ຮາບ ພຽງ ຢູ່ດ້ານເທິງ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມຈັດເປັນຕາໜ່າງ. ​ກ່າງ​ຄູ່​ຕ່ຳ​ສຸດ ມີຕ່ອມນ້ອຍໆຄູ່ໜິ່ງ. ຫູໃບກົ່ງໂຄ້ງ ແລະ ຕົກລົ່ນງ່າຍ.
ຊໍ່ດອກ / ດອກ : ດອກມີຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກຢູ່ປາຍຍອດ ຫຼື ປາຍງ່າມ, ດອກມີສອງເພດ, ກ້ານດອກຍ່ອຍຍາວກວ່າ 0.5 ຊ.ມ.
ໝາກ : ໝາກມີຂະໜາດຍາວເຖິງ 8 ຊມ, ເນື້ອແຂງ, ​ແປ, ມີໜາມ, ມີນ້ຳຢາງຍອ້ຍ ອອກມາຕາມປາຍທີ່ເປັນໂຄ້ງ.
ແກ່ນ : ມີແກ່ນ 1 ຫາ 3 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປຕາມປ່າດົງດິບ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ກຳພູຊາ, ມາເລເຊັຍ (ແຫຼມ ມາເລ), ໄທ, ຫວຽດນາມ ແລະ ລາວ (ແຂວງຈຳປາສັກ, ຄຳມ່ວນ, ສາລະວັນ, ສະຫວັນນະເຂດ ແລະ ວຽງຈັນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຂົ້າໃນການກໍ່ສ້າງ ແລະ ເຮັດເຟີນີເຈີ, ບາງຄັ້ງ ກໍ່ມີການປູກເພື່ອຄວາມງາມ.

ຕົວຢ່າງທີ່ໄດ້ສຶກສາ :
BT 500, BT 1108 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Hoang Van Sam, Khamseng Nanthavong & P.J.A. Keßler. 2004. Trees of Laos and Vietnam. Blumea 49: 201--349.

Top of the page