Symplocos cochinchinensis (Lour.) S.Moore - SYMPLOCACEAE

ຊ່ືພື້ນຖານ : Dicalyx cochinchinensis Lour.

ຊ່ືພ້ອງ : Symplocos javanica Kurz

ຊ່ືພື້ນເມືອງເປັນພາສາລາວ : ເໝືອດຫຼວງ Muat Luang

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ, ໝາກອອກສີຟ້າແກມສີໝົ່ນ.
ປະເພດພືດ : ເປັນໄມ້ຢືນຕົ້ນ ຂຽວຕະຫລອດປີ, ສູງ 20 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່. ເປືອກລຽບຫາ​ເປືອກ​ມີ​ຕຸ່ມ​ຕູດ​ດົກໜາ ຫຼື ​ແຕກ​ເຫີບ​ເປັນ​ເກັດ​​ເຮັດໃຫ້​ຄັນ​ຄາຍ, ມີ​ສີານຊ້ຳຫ າ ສີຂີ້ເຖົ່າ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ ຫຼື ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະຫລັບ ແລະ ກ້ຽວວຽນ, ແຜ່ນໃບຮູບຮີ​ແຄບ, ປາຍ ແລະ ກົກໃບ ສ້ວຍແຫຼມ, ຂອບໃບມີຕ່ອມ ຢູ່ຕາມແຂ້ວເລ່ືອຍ, ກ່າງຂັ້ນສາມ. ຈັດລຽງເປັນຄືຂັ້ນໄດ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກ ຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກຢູ່ທາງຂ້າງ ຫຼື ຢູ່ຫລັງໃບ, ດອກມີສອງເພດ, ກ້ານດອກຍ່ອຍຍາວ 3 ມ.ມ.
ໝາກ : ໝາກຍາວເຖິງ 1 ຊມ, ມີສີຟ້າອອກສີໝົ່ນ, ໝາກມີເນື້ອບາງໆ, ເວລາແກ່ ໝາກບໍ່ສາມາດໄຂໄດ້.
ແກ່ນ : ມີແກ່ນ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປ ໃນລະດັບປານກາງ ໃນກຸ່ມພືດຊັ້ນລ່າງ ຂອງປ່າດົງດິບ ເທິງພູ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ອົດ​ສະ​ຕາ​ລີ, ມ່ຽນມ້າ, ກຳພູຊາ, ຈີນ, ອິນເດັຍ, ອິນໂດເນເຊັຍ, ຍີປຸ່ນ, ມາເລເຊັຍຕະຫຼອດ​ຮອດ ນິວກີ​ເນັຍ, ສຣີລັງກາ, ໄທ, ຫວຽດນາມ ແລະ ລາວ (ແຂວງຈຳປາສັກ, ຄຳມ່ວນ, ຫຼວງນ້ຳທາ ແລະ ສະຫວັນນະເຂດ ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຂົ້າໃນການກໍ່ສ້າງໜັກ, ເຊັ່ນ ໃຊ້ເຮັດໂຄງເຮືອນ. ເປືອກບັນຈຸທາດສານຕາແນັງ ຫຼື ສານນວດໜັງ , ມັນຖືກນຳໃຊ້ເຮັດສີຍ້ອມອອກສີເຫຼືອງ.

ຕົວຢ່າງທີ່ໄດ້ສຶກສາ :
BT 133, BT 173 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page