Syzygium cinereum (Kurz) Chantaran. & J.Parn. - MYRTACEAE

ຊ່ືພື້ນຖານ : Eugenia cinerea Kurz

ຊ່ືພ້ອງ : Syzygium cinereum Wall.
Syzygium ribesoides Wall.
Eugenia pseudosubtilis King
Eugenia ixoroides Elmer

ຊ່ືພື້ນເມືອງເປັນພາສາລາວ : ຫວ້າແດງ Va daeng

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໃບມີຕ່ອມໂປ່ງໄສ ແຕ່ວ່າບໍ່ມີເສັ້ນກ່າງລຽບຂອບໃບ. ກ້ານຊໍ່ດອກ ມັກແປເຂົ້າ ຫຼື ເປັນລ່ຽມ, ດອກຈັດເປັນຊໍ່ ກະຈຸກ ຫຼື ດອກອອກ ດ່ຽວຈັບໃສ່ງ່າໂດຍກົງ, ຖ້ວຍກາບດອກ ມີຮູບຈວຍສັ້ນໆ.
ປະເພດພືດ : ໄມ້ຢືນຕົ້ນ ​ໃບ​ຂຽວ​ຕະຫຼອດ​ປີ, ສູງເຖິງ 20 ແມັດ. ເຮືອນຍອດມົນ, ງ່າຕັ້ງຊັນຂຶ້ນ ທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່. ເປືອກເປັນເກັດໆ ຫຼື ບາງຄັ້ງກໍ່ມີຮອຍແຕກເລິກ, ສີຂີ້ເຖົ່າ ອົມສີອອກຂາວ ຫຼື ສີຂີ້ເຖົ່າຈືດ ຫຼື ສີນ້ຳຕານຈືດ, ເນື້ອໄມ້ ອອກສີຄີມ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນຮູບທໍ່ກົມ, ບາງຄັ້ງມີ 4 ລ່ຽມ ຫຼື ບໍ່ສະໝ່ຳສະເໝີປານໃດ, ກິ່ງງ່າກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບພາບ ແລະ ໃບແຕ່ຄູ່ຈັບສະຫຼັບຕັ້ງສາກກັນ, ຂະໜາດ 7-15 x 3-7 ຊມ, ຮູບຮ່າງຂອງໃບບໍ່ຕາຍໂຕ, ຮູບໄຂ່ ຫາຮູບສ້ວຍ, ປາຍໃບສ້ວຍແຫຼມຫາສ້ວຍແຫຼມຕິ່ງ ຫຼື ສ້ວຍມຸມເຫວີ, ໂຄນໃບຮຽວ​ແຫຼມ ຫຼື ສ້ວຍແຫຼມ , ຂອບໃບລຽບ, ແຜ່ນໃບໜຽວຄ້າຍຄືແຜ່ນໜັງ , ທັງສອງດ້ານກ້ຽງ, ບໍ່ມີຂົນ, ມີກ່າງລຽບຂອບໃບ. ກ່າງກາງ ເປັນຮ່ອງຕາມທາງຍາວ ຢູ່ດ້ານເທິງ, ກ່າງຂັ້ນໜຶ່ງເປັນກ່າງດ່ຽວ, ແບບຂົນນົກ, ກ່າງຂັ້ນສອງສະຫຼຽງມຸມ​ເຫ​ວີໃຫ້ກ່າງ ກາງ, ກ່າງຂັ້ນສາມແບ່ງແບບເປີດເຂົ້າເບື້ອງໃນ. ກ້ານໃບເປັນຮ່ອງຕາມລວງຍາວ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກມີ​ເພດ​ຮ່ວມ, ບໍ່ມີກ້ານ, ຈັບເປັນຊໍ່ແບບກະຈຸກປະສົມ. ຊໍ່ດອກ ຈັບຢູ່ຂ້າງກິ່ງ ຫຼື ເປັນດອກດ່ຽວຈັບຢູ່ຕາມງ່າໂດຍກົງ, ກາບຖ້ວຍດອກ ມີຮູບຈວຍສັ້ນ.
ໝາກ : ໝາກມີເນື້ອ, ຮູບກົມ, ລຽບ, ເມື່ອສຸກແລ້ວ ໝາກອອກສີດຳແກມສີແດງອົມມ່ວງ.
ແກ່ນ : ມີ ແກ່ນ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຢູ່ຕາມປ່າຄັງທີ່ໂປ່ງ, ຕາມແຄມນ້ຳ, ຕາມປ່າປ່ຽນໃບ ແລະ ປ່າເຄິ່ງດົງດິບ ບ່ອນທີ່ມີລະດັບຄວາມສູງແຕ່ 500 ເຖິງ 1000 ແມັດ. ລະດູການອອກດອກ: ເດືອນພະຈິກ ເຖິງ ມີນາ, ລະດູອອກໝາກ ແຕ່ເດືອນ ພຶດສະພາ ເຖິງ ເດືອນກັນຍາ.

ເຂດແຜ່ກະຈາຍພັນ :

ເກີດໃນປະເທດ ມ່ຽນມ້າ(ແມ່ແບບ), ຈີນ (ພາກໃຕ້), ອິນເດັຍ, ມາເລເຊັຍ, ຟິລິບປິນ, ສິງກະໂປ, ໄທ (ພາກເໜືອ, ພາກຕາວັນອອກສ່ຽງເໜືອ, ພາກຕາວັນອອກ, ພາກຕາວັນຕົກສ່ຽງໃຕ້, ພາກກາງ, ພາກຕາເວັນອອກສ່ຽງໃຕ້, ແຫຼມຂອງປະເທດໄທ), ຫວຽດນາມ ແລະ ລາວ (ແຂວາງຄຳມ່ວນ ແລະ ອຸດົມໄຊ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໂດຍປົກກະຕິ ໄມ້ຖ່ອນໃຊ້ເຂົ້າໃນການກໍ່ສ້າງ.

ຕົວຢ່າງທີ່ໄດ້ສຶກສາ :
BT 557, BT 803, BT 914, BT 1007 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Chantaranothai P. and Parnell J. 1994. A revision of Acmena, Cleistocalyx, Eugenia s.s and Syzygium (Myrtaceae) in Thailand. Thai Forest Bulletin (Botany) 21: 1-123.
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
John Parnell & Pranom Chantaranothai. 2002. Myrtaceae. Flora of Thailand, Vol. 7, part 4. The Forest Herbarium, Royal Forest Department, Bangkok, Thailand.
Jic Chen & Lyn A. Craven. 2007. Flora of China. Vol. 13. Missouri Botanical Garden Press (St.Louis).

Top of the page