English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໄມ້ຢືນຕົ້ນ ໃບຂຽວຕະຫຼອດປີ, ລຳຕົ້ນປຸ້ງເລັກນ້ອຍ, ເປືອກແຕກເຫີບ. ໃບມີຕ່ອມໄສໆ ແລະ ມີເສັ້ນກ່າງລຽບຂອບໃບດ່ຽວ. ດອກມີເພດຮ່ວມ, ຖ້ວຍກາບດອກເປັນຮູບຈວຍແຄບ. ໝາກເປັນໝາກເນື້ອມີເມັດ, ໃຫຍ່, ຖ້ວຍກາບດອກທົນນານຢູ່ກັບໝາກ. |
ປະເພດພືດ : | ໄມ້ຢືນຕົ້ນ ໃບຂຽວຕະຫຼອດປີ, ສູງເຖິງ 30 ແມັດ. ກິ່ງງ່າຕັ້ງຊັນຂຶ້ນທຽບໃສ່ລຳຕົ້ນ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນຕັ້ງຊື່. ເປືອກມີຮອຍແຕກເລັກນ້ອຍ, ມີເກັດໆຕາມລວງຍາວ, ສີນ້ຳຕານແກມສີຂີ້ເຖົ່າ ຫຼື ສີນ້ຳຕານແກມສີຄີມ, ເປືອກໃນສີນ້ຳຕານ ອ່ອນ, ເນື້ອໄມ້ສີຄີມ. |
ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າຮູບທໍ່ກົມ, ແປເຂົ້າເລັກນ້ອຍ, ມີແຕກເຫີບເລັກນ້ອຍ, ກ້ຽງ ບໍ່ມີຂົນ, ສີເຖົ່າອົມສີຂາວ ຫຼື ສີນ້ຳຕານ ອົມສີຂີ້ເຖົ່າ. |
ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
ໃບ : | ໃບດ່ຽວ, ຈັບພາບ ແລະ ໃບແຕ່ຄູ່ຈັບສະຫຼັບຕັ້ງສາກກັນ, ຂະໜາດ 5.4-17.8 x 2-7.5 ຊມ, ຮູບໄຂ່ ຫຼື ຮູບສ້ວຍແຄບ, ປາຍໃບສ້ວຍແຫຼມ ຫຼື ແຫຼມເປັນຕິ່ງ, ໂຄນຮຽວແຫຼມ, ຂອບໃບລຽບ, ແຜ່ນໃບຄ້າຍຄືໜັງ, ທັງສອງດ້ານຂອງໃບກ້ຽງ ບໍ່ມີຂົນ, ມີຕ່ອມນ້ອຍໆ ຈຳນວນຫຼາຍຝັງຢູ່ຕາມແຜ່ນໃບດ້ານເທິງ. ກ່າງກາງເປັນຮ່ອງຕາມລວງຍາວຢູ່ດ້ານເທິງ, ກ່າງຂັ້ນໜິ່ງເປັນກ່າງດ່ຽວ, ແບບຂົນນົກ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຖີ່ໆ, ກ່າງຂັ້ນ ສາມແບ່ງແບບເປີດເຂົ້າເບື້ອງໃນ, ມີເສັ້ນກ່າງລຽບຂອບເປັນເສັ້ນຄູ່, ຫ່າງຈາກຂອບໃບ 1 ມມ. ກ້ານໃບເປັນຮອ່ງຕາມລວງຍາວ ແລະ ກ້ຽງ ບໍ່ມີຂົນ. ບໍ່ມີຫູໃບ. |
ຊໍ່ດອກ / ດອກ : | ດອກສີເຫຼືອງແກມສີຂາວ, ບໍ່ມີກ້ານ, ດອກເປັນຊໍ່ແບບຊໍ່ກະຈຸກມີກ້ານຊໍ່ດອກສັ້ນ, ຖ້ວຍກາບດອກເປັນຮູບຈວຍ. |
ໝາກ : | ໝາກເນື້ອມີເມັດ, ລຽບ, ກ້ຽງບໍ່ມີຂົນ, ສີອອກຂຽວ ມີ ປາຍສີອອກແດງ. |