Vatica odorata (Griff.) Symington - DIPTEROCARPACEAE

ຊ່ືພື້ນຖານ : Synaptea odorata Griff.

ຊ່ືພ້ອງ : Vatica astrotricha Hance
Synaptea faginea Dyer.
Synaptea dyeri Pierre
Vatica faginea Dyer
Vatica grandifolia Dyer
Vatica dyeri Pierre
Vatica curtusii King
Vatica fleuryana Tardieu
Vatica tonkinensis A.Chev.
Hopea faginea Wallich
Perissandra laotica Gagnepain

ຊ່ືພື້ນເມືອງເປັນພາສາລາວ : ໄມ້ຈິກດົງ May chick dong; ໄມ້ຊີແດງ May si deng

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ກີບດອກບິດກ້ຽວ, ມີກິ່ນຫອມແຮງ. ມີຂົນຮູບດາວ ສີອອກແດງຢູ່ກ້ານໃບ, ຢູ່ກ້ານຊໍ່ດອກ ແລະ ກ້ານດອກຍ່ອຍ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບຂຽວຕະຫຼອດປີ, ສູງເຖິງ 30 ມ, ເສັ້ນຜ່າກາງ 40 ຊມ, ງ່າຕັ້ງຊັນຂຶ້ນ ແລະ ຢູ່ຕາມລວງນອນ ທຽບໃສ່ລຳຕົ້ນ. ມອກໄມ້ອອກສີຂີ້ເຖົ່າປົນສີຂາວ ແກນໄມ້ມີສີອອກນ້ຳຕານ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່. ເປືອກລຽບ, ປຸ້ງນ້ອຍໜຶ່ງ, ບໍ່ມີຊ່ອງອາກາດ, ມີຕຸ່ມ ຕູດສີອອກຂີ້ເຖົ່າ.
ງ່າ ແລະ ກິ່ງນ້ອຍ : ງ່າ ແລະ ກິ່ງງ່ານ້ອຍ ມີຂົນອ່ອນຍາວ ແລະ ມີຂົນແຂງ ສີນ້ຳຕານອົມສີແດງ ເມື່ອເວລາຍັງອ່ອນ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວ ທີ່ລະບາຍອອກເປັນສີຂາວ ແລະ ມີທາດນ້ຳມັນ.
ໃບ : ໃບດ່ຽວ ຈັບສະຫຼັບ ແລະ ກ້ຽວວຽນ, ຂະໜາດ 9 -11 x 3 - 7.5 ຊມ, ຮູບຂອບຂະໜານແກມຮູບສ້ວຍ ຫຼື ຮູບສ້ວຍແກມຮູບໄຂ່ປີ້ນ, ປາຍໃບ ສ້ວຍມຸມເຫວີ ຫືຼ ສ້ວຍແຫຼມເປັນຕິ່ງເລັກນ້ອຍ, ໂຄນໃບຮູບສ້ວຍມຸມເຫວີ, ຂອບໃບລຽບ, ແຜ່ນໃບຄ້າຍແຜ່ນໜັງ, ກ້ຽງ ບໍ່ມີຂົນ. ກ່າງກາງ ດູນຂຶ້ນ ຢູ່ດ້ານເທິງ, ກ່າງໃຫຍ່ເປັນເສັ້ນດ່ຽວ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະ ໜານກັນຫ່າງໆ, ກ່າງຂັ້ນສາມເປັນແບບດາງແຫ ລະອຽດ. ມີຫູໃບ, ເປັນຮູບສາມ ລ່ຽມ, ຕົກຫົ່ຼນໄວ ແລະ ປະຮອຍແປ້ວນ້ອຍໆ ຂອງຈຸດຈັບຂອງໃບໄວ້, ກ້ານໃບ ຍາວມີຂົນຍາວ ພ້ອມທັງມີຂົນຮູບດາວສີອອກແດງ.
ຊໍ່ດອກ / ດອກ : ດອກ ຈັດເປັນຊໍ່ ແຕກແໜງ ອອກຢູ່ປາຍ ຫືຼ ຢູ່ຂ້າງກິ່ງງ່າ, ດອກ ມີຂົນຫຼາຍ, ດອກອອກສີຂາວອົມສີຄີມ , ກີບດອກບິດເຂົ້າກັນ, ມີກິ່ນ ຫອມແຮງ, ກ້ານຊໍ່ດອກ ແລະ ກ້ານດອກຍ່ອຍມີຂົນອ່ອນນຸ່ມຍາວ ແລະ ຂົນຮູບດາວສີອອກແດງ.
ໝາກ : ແມ່ນໝາກແຫ້ງເປືອກແຂງໄຂບໍ່ໄດ້, ເສັ້ນຜ່າກາງ 0.8 ຊມ, ໝາກຮູບກົມຫຼື ຮູບຈວຍ, ສີຂຽວແກມສີອອກແດງ, ມີ ປີກໝາກໃຫ່ຍສອງປີກ ຊຶ່ງສ້ວຍປາຍ ຫາ ມີປາຍມົນ ແລະ ມີປີກນ້ອຍສາມປີກ ສັ້ນກວ່າ ສີ່ເທ່ືອ.
ແກ່ນ : ມີແກ່ນຈຳນວນ 1 ແກ່ນ

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າດົງດິບ ແລະ ເຄິ່ງປ່າດົງດິບ ບ່ອນທີ່ມີດິນຊາຍປົນ ຫຼື ບ່ອນທີ່ມີດິນຈະເລີນພັນເກົ່າ ແລະ ຍັງພົບໃນປ່າໂຄກເຊັ່ນດຽວ. ລະດູອອກດອກແຕ່ເດືອນ ມັງກອນ ເຖິງ ເດືອນ ພືດສະພາ. ລະດູອອກໝາກແຕ່ ເດືອນສິງຫາ ເຖິງ ເດືອນຕຸລາ.

ເຂດແຜ່ກະຈາຍພັນ :

ພົບ ຢູ່ປະເທດມ່ຽນມ້າ, ກຳພູຊາ, ແຫຼມມາເລເຊັຍ, ສິງກະໂປ, ໄທ, , ຫວຽດນາມ, ແລະ ລາວ (ແຂວງ ຄຳມ່ວນ ແລະ ແຂວງອື່ນໆ, ເຊັ່ນ: ວຽງຈັນ, ຈຳປາສັກ, ສາລະວັນ, ສະຫວັນນາເຂດ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປັນໄມ້ ເນື້ອແຂງ ແລະ ໜັກ, ໃຊ້ໃນການກໍ່ສ້າງ, ເຮັດຂົວ ແລະ ເຮືອ.

ຕົວຢ່າງທີ່ໄດ້ສຶກສາ :
BT 42 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore du Cambodge, du Laos et du Viêtnam 1960-2003. Vol. 25. Muséum National d'Histoire Naturelle, Paris, France.
Dung, Vu Van. 1996 . Vietnam Forest Trees. Agriculture Publishing House, Hanoi, Vietnam.
B. Svengsuksa & J.E. Vidal. 1997. Les Dipterocarpacées du Laos. Universite Nationale du Laos, Vientiane, Laos.
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Rachun Pooma & Mark Newman. 2001. Checklist of Dipterocarpaceae in Thailand, Thai Forest Bulletin, no 29. The Forest Herbarium, Royal Forest Department, Bangkok, Thailand.
Hoang Van Sam, K. Nanthavong & P.J.A. Keβler. 2004. Trees of Laos and Vietnam: A field guide to 100 economically or ecologically important species. Blumea no 49.
Dipterocarps of Vietnam, 2005. Forest Science Institute of Vietnam. Agricultural Publishing House, Hanoi, Vietnam.

Top of the page