English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ, ເປືອກລຽບ. ດອກປະກອບຈາກ ດອກຍ່ອຍຈຳນວນຫຼາຍ ຈັດເປັນຫົວດອກ ອອກສີຂາວ ແກມສີອອກແດງຊ້ຳອົມມ່ວງ . ແກ່ນມີປຸ້ມຂົນ. |
ປະເພດພືດ : | ເປັນໄມ້ຢືນຕົ້ນ ໃບຂຽວຕະຫລອດປີ, ສູງ ເຖິງ 15 ແມັດ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່ ບາງຄັ້ງ ລຳຕົ້ນບິດ, ເປືອກມີສີນ້ຳຕານ ແລະ ລຽບ. |
ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ. |
ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
ໃບ : | ໃບດ່ຽວ, ຈັບສະລັບ ແລະ ກ້ຽວວຽນ, ໃບຮູບສ້ວຍ, ປາຍສ້ວຍແຫຼມຫາ ຮູບສ້ວຍ ມຸມເຫວີ, ກົກໃບສ້ວຍແຫຼມ, ຂອບໃບລຽບ. ກ່າງກາງ ຮາບພຽງຢູ່ດ້ານເທິງ, ກ່າງ ຂັ້ນສອງສະຫຼຽງມຸມເຫວີ ໃຫ້ກ່າງກາງ, ຂະ ໜານກັນຫ່າງໆ, ກ່າງຂັ້ນສາມ ຈັດເປັນຕາໜ່າງ. ບໍ່ມີຫູໃບ. |
ຊໍ່ດອກ / ດອກ : | ດອກມີຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກຢູ່ປາຍສຸດ ຫຼື ອອກທາງຂ້າງ, ດອກມີສອງເພດ, ກ້ານດອກຍ່ອຍຍາວ 3 ມ.ມ. |
ໝາກ : | ໝາກແຫ້ງແກ່ນດ່ຽວ ຍາວເຖິງ 0.3 ຊມ, ມີຂົນ ຢູ່ປາຍໝາກ (ປຸ້ມຂົນ, ພຶງຂົນ), ບໍ່ສາມາດໄຂໄດ້ ເວລາແກ່. |
ແກ່ນ : | ມີ ແກ່ນ 1 ເມັດ. |