Walsura pinnata Hassk. - MELIACEAE

ຊ່ືພື້ນເມືອງເປັນພາສາລາວ : ກົກສັກລິ້ນ Kok sak lin

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ປະເພດພືດ : ໄມ້ຢືນຕົ້ນ ໃບຂຽວຕະຫຼອດປີ ສູງເຖິງ 10 ແມັດ, ເສັ້ນຜ່າກາງຂອງລຳຕົ້ນປະມານ 20 ຊັງຕີແມັດ. ເຮືອນຍອດ ມົນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນ ແຕກເຫີບ ລະອຽດຫາລຽບ, ມີຊ່ອງອາກາດ ຈຳນວນຫລາຍ, ເປືອກນອກສີນ້ຳຕານແກມແສີອອກດງ, ເປືອກໃນສີນ້ຳຕານຈາງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າປົກຄຸມດ້ວຍຂົນສີນ້ຳຕານ ແລະ ມີຊ່ອງອາກາດ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ
ໃບ : ໃບປະສົມແບບຂົນນົກປາຍຄີກ, ຮຽງສະຫລັບ, ແກນກາງຂອງໃບຍາວປະມານ 7 ຊມ., ກ້ານໃບຍາວປະມານ 5 ຊມ., ກ້ານໃຍຍ່ອຍຢູ່ທາງຂ້າງສັ້ນກວ່າໃບຍ່ອຍຢູ່ປາຍ, ມີ 1 ຫລື 3 ໃບຍ່ອຍ, ໃບຍ່ອຍຈັບພາບ, ຮູບຂອບຂະໜານຫາຮູບໃບຫອກ, ຮູບຮີ ຂະຫນາດ 2-5 x 1-2 ຊມ. ມີແຜ່ນໃບ ພຽງໃບດຽວ ຫລືແຜ່ນປາຍຢູ່ປາຍ ມີຂະຫນາດ 10-15 x 4-6 ຊມ. ແຜ່ນໃບສະມ່ຳສະເມີ, ດ້ານຫລັງໃບສີຂຽວເຂັ້ມ ແລະກ້ຽງ ດ້ານທ້ອງໃບສີຂຽວຈາງ ແລະ ມີຂົນປົກຄຸມ, ຂອບໃບລຽບ, ປາຍໃບແຫລມ ເຖິງຮຽວແຫລມ, ກົກໃບ ແຫລມ ກ່າງຂັ້ນສອງຂະຫນານກັນ, ປະມານ 6-12 ຄູ່, ກ້ານໃບຍ່ອຍເກືອຍບໍ່ມີ ຫລື ສັ້ນຫລາຍ, ບໍ່ມີຫູໃບ.
ຊໍ່ດອກ / ດອກ : ຊໍ່ດອກສັ້ນກວ່າໃບ, ເປັນຊໍ່ດອກແຕກຂະແຫນງ ອອກຢູ່ດ້ານຂ້າງ, ປົກຄຸມດ້ວຍຂົນ ແລະ ມີຕ່ອມເປັນຈຸດໆ ມີສີອອກເຫລືອງ. ດອກມີເພດຮ່ວມ, ສີຄີມ, ເສັ້ນຜ່າກາງປະມານ 4-5 ມມ. ສີຂຽວຈາງ, ບໍ່ມີກ້ານ.
ໝາກ : ຫມາກເນື້ອ ມີຫຼາຍເມັດ, ຮູບກົມ, ເສັ້ນຜ່າກາງປະມານ 1 ຊມ, ມີສີເຫລືອງ ມີຂົນປົກຄຸມ.
ແກ່ນ : ມີເມັດດຽວ ຫຸ້ມຫໍ່ດ້ວຍນວນສີນ້ຳຕານ ແກມສີແດງ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນປ່າດົງດິບ ຫຼື ປ່າໂຄກຊຸດໂຊມ ລະດັບ ຄວາມສູງ ແຕ່ 200 - 400 ມ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດຈີນ, ຫວຽດນາມ ແລະ ລາວ,

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເນື້ອໄມ້ມີສີເຫຼືອງ ນຳໃຊ້ເຂົ້າໃນກໍ່ສ້າງ, ໂດຍສະເພາະ ການສ້າງເຮືອນ. ເປືອກລຳຕົ້ນ ແລະ ໝາກບັນຈຸທາດສານຕາແນັງຫຼາຍ, ການຕົ້ມເປືອກ ແລະ ໝາກໃຊ້ປົວອາການຖອກທ້ອງ ແລະ ທ້ອງບິດ

ຕົວຢ່າງທີ່ໄດ້ສຶກສາ :
BT 95 and Maxwell 98-433 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

Top of the page