Alphonsea gaudichaudiana (Baill.) Finet & Gagnep. - ANNONACEAE

ຊ່ືພື້ນຖານ : Bocagea gaudichaudiana Baill.

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ, ເປືອກກ້ຽງ. ໃບດ່ຽວ ຈັບສະຫຼັບພາຍ ໃນແຜ່ນພຽງດຽວ. ຊໍ່ດອກອອກທາງຂ້າງກິ່ງ, ອອກຢູ່ກົງກັນຂ້າມ ກັບໃບ. ໝາກຄ້າຍໝາກເນື້ອຫຼາຍແກ່ນ, ກ້ຽງ, ມີສີອອກເຫຼືອງ.
ປະເພດພືດ : ເປັນໄມ້ຢືນຕົ້ນຂຽວຕະຫລອດປີ, ສູງເຖິງ 12 ແມດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີໝົ່ນແກມສີນ້ຳຕານ, ເປືອກບາງແລະ ກ້ຽງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າ ກົມມົນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ
ໃບ : ໃບດ່ຽວ, ຈັບສະຫຼັບ ແລະ ພາຍໃນແຜ່ນພຽງດຽວກັນ, ໃບກ້ຽງ ບໍ່ມີຂົນ, ໃບເປັນຮູບສ້ວຍຫຼື ຮູບໄຂ່, ປາຍໃບສ້ວຍມຸມເຫວີ, ກົກໃບຮຽວແຫຼມຄືຫລີ້ມ. ກ່າງກາງຮາບພຽງຢູ່ດ້ານເທິງ; ກ່າງຂັ້ນສອງສະຫຼຽງມຸມເຫວີ, ຂະໜານກັນຫ່າງໆ, ກ່າງຂັ້ນສາມຈັດເປັນຕາໜ່າງ.
ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກ ຈັດເປັນພົ້ວ ທີ່ບໍ່ມີດອກຫຼາຍປານໃດ, ຈັບຕົງກັນຂ້າມກັບໃບ, ດອກ ມີສອງເພດ, ກ້ານດອກຍ່ອຍຍາວເຖິງ 4 ມມ.
ໝາກ : ໝາກຄ້າຍໝາກເນື້ອຫຼາຍແກ່ນ, ຂະໜາດ 3.5- 9 ຊມ, ມີຮູບທໍ່, ໜັງກ້ຽງ, ບໍ່ສາມາດແຕກເອງໄດ້.
ແກ່ນ : ມີ 3 ຫາ 5 ແກ່ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປ ໃນປ່າຕຶບ ແລະ ຂຽວຕະຫຼອດປີ ໃນເຂດສາຍພູຫຼວງ. ໃນປະເທດວຽດນາມພົບຢູ່ສູງເຖິງ 1900 ມ.

ເຂດແຜ່ກະຈາຍພັນ :

ເກີດຢູ່ວຽດນາມ ແລະ ລາວ ( ແຂວງຄຳມ່ວນ ).

ຕົວຢ່າງທີ່ໄດ້ສຶກສາ :
BT 57, BT 145, BT 147, BT 226, BT 681 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Keßler, P.J.A. 1996. Bot. Jahrb. Syst. 118.

Top of the page