Castanopsis acuminatissima (Blume) A.DC. - FAGACEAE

ຊ່ືພື້ນຖານ : Castanea acuminatissima Blume

ຊ່ືພ້ອງ : C. sessifolia Blume
Quercus lineata Miq.
Quercus junghuhnii Miq.
Quercus fargiformis Jungh.
Quercus acuminatissima (Blume) A.DC.
Synaedrys fargiformis ( Junh) Koidz.
Castanopsis schlenkerae Baile
Castanopsis bejaudii A. Camus

ຊ່ືພື້ນເມືອງເປັນພາສາລາວ : ໝາກກໍ່ເດືອ Mark ko deua

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໃບຮູບາຍຫອກ, ບໍ່ເປັນແຂ້ວເລ່ືອຍ ຫຼື ເປັນແຂ້ວເລ່ືອຍເລັກນ້ອຍ ຢູ່ປາຍໆໃບເທົ່ານັ້ນ, ເມື່ອແກ່ດ້ານເທິງຂອງໃບເຫຼື້ອມເປັນເງົາ ແລະ ອອກສີເງິນເລັກນ້ອຍ. ກິ່ງງ່າມີຮອຍແຕກຊ່ອງອາກາດ ເຫັນຊັດ. ໝາກຮູບໄຂ່ບ້ຽວ ມີ ໜາມ ສັ້ນ ແລະ ບໍ່ສະໝຳສະເໝີ 4 ຫາ 5 ແຖວ.
ປະເພດພືດ : ໄມ້ຢືນຕົ້ນຂຽວຕະຫຼອດປີ ສູງເຖິງ 40 ແມັດ, ເສັ້ນຜ່າກາງຕົ້ນ 60 - 250 ຊມ. ງ່າຕັ້ງຊັນຂຶ້ນທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່. ເປືອກມີຮອຍແຕກເລິກ, ມີເກັດ, ຕູດ ແລະ ມີຮອຍແຕກຊ່ອງອາກາດ ຖີ່ໆ, ເປືອກອອກສີນ້ຳຕານອົມສີອອກຂີ້ເຖົ່າ ຫຼື ສີນ້ຳຕານເຂັ້ມ, ເປືອກໃນມີສີອອກແດງ. ເນື້ອໄມ້ເປັນສີຂາວ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນຮູບທໍ່ກົມ, ກ້ຽງ, ສີນ້ຳຕານອົມແດງອົມສີອອກແດງ, ມີຮອຍແຕກຊ່ອງອາກາດ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວຈັບສະລັບ ແລະ ກ້ຽວວຽນ, ຂະໜາດ 5-15 x 25-6 ຊມ, ຮູບໃບຫອກ ປາຍຍາວ, ໂຄນໃບສ້ວຍແຫຼມຫາຮຽວແຫຼມ, ຂອບໃບເປັນແຂ້ວເລືອ່ຍເລັກນ້ອຍ ຢູ່ປາຍໆເທົ່ານັ້ນ, ແຜ່ນໃບຫຍາບຄືແຜ່ນໜັງ, ເມື່ອແຫ້ງອອກສີເຫຼືອງອ່ອນ, ດ້ານເທິງໃບເຫື້ອມເປັນເງົາ ແລະ ດ້ານລຸ່ມເປັນສີຂຽວແກມນ້ຳເງິນ ແລະ ອອກສີເງິນເລັກນ້ອຍ ພ້ອມທັງເປັນເກັດໆ, ໃບອ່ອນມີຂົນອ່ອນຍາວດົກໜາ, ມີສີອອກນ້ຳຕານ. ກ່າງກາງຢູ່ດ້ານເທິງເປັນຮ່ອງຕາມລວງຍາວ, ກ່າງຂັ້ນໜຶ່ງເປັນກ່າງດ່ຽວ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງ, ກ່າງຂັ້ນສາມສະຫຼຽງ ຈັດເປັນແບບຂັ້ນໄດຖີ່ໆ. ຫູໃບເປັນຮູບສາມລ່ຽມ, ຂະໜາດນ້ອຍໆ.
ຊໍ່ດອກ / ດອກ : ດອກອອກເປັນຊໍ່ແຕກແໜງ ຊໍ່ຍ່ອຍເປັນຊໍ່ດອກບໍ່ມີກ້ານ, ດອກມີສີອອກເຫຼືອງ, ອອກຢູ່ປາຍ ຫຼື ຂ້າງກິ່ງ.
ໝາກ : ໝາກເປືອກແຂງໄຂບໍ່ໄດ້, ກົມຮູບໄຂ່, ມີໝາມ, ຂະໜາດ 1.5-2 x 1-1.53 ຊມ, ໝາກອ່ອນສີຂຽວ.
ແກ່ນ : ໝາກມີແກ່ນດຽວມີຕິ່ງແຫຼມ ຢູ່ປາຍສຸດ, ກ້ຽງ ບໍ່ມີຂົນ ຫຼື ມີຂົນເລັກນ້ອຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າດົງດິບ ເຂດຕຳ່, ປ່າເທິງພູຕ່ຳ ແລະ ປ່າປະສົມປ່ຽນໃບ, ປະປົນກັບຊະນິດພືດທີ່ຄົງເຫຼືອ , ກຸ່ມແປກສອງໃບ, ໄມ້ຊໍ້, ໄມ້ຈິກ ແລະ ຊະນິດອື່ນໃນພືດຕະກຸນກໍ່. ລະດູອອກດອກ : ເດືອນມີນາ ເຖິງ ເດືອນເມສາ, ໝາກອອກ ເດືອນກໍລະກົດ ເຖິງ ເດືອນພະຈິກ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດມ່ຽນມ້າ, ກຳພູຊາ, ອິນເດັຍ, ອິນໂດເນເຊັຍ (ແມ່ແບບ), ຢີປຸ່ນ, ມາເລເຊັຍ, ນິວກິເນັຍ, ໃຕ້ຫວັນ, ໄທ, ຫວຽດນາມ ແລະ ລາວ (ແຂວງບໍລິຄຳໄຊ ແລະ ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໝາກກິນໄດ້.

ຕົວຢ່າງທີ່ໄດ້ສຶກສາ :
BT 236, Ph 37 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Chamlong Phengklai et al. 1984. Fagaceae of Thailand. BRT, The Thai Response to Biodiversity.
Chamlong Phengklai. 2006. Fagaceae. Thai Forest Bulletin, no 34. The Forest Herbarium, Royal Forest Department, Bangkok, Thailand.
Flore Générale de l’Indochine. 1929. Vol. 5, Fasc. 8-10. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page