English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
| ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໄມ້ຢືນຕົ້ນຂຽວຕະຫຼອດປີ ຂະໜາດໃຫຍ່, ເປືອກມີຮອຍແຕກເລິກ, ມີທາດແຫຼວລະບາຍອອກເປັນນ້ຳມັນ. ໃບມີຂຸມແມງບໍມີຂົນ. ມີຫູໃບ, ຂະໜາດນ້ອຍ. ດອກມີເພດຮ່ວມ, ສີເຫຼືອງ. ໝາກເປືອກ ແຂງໄຂບໍ່ໄດ້ ມີປີກໝາກຍາວ 2 , ປີກໝາກສັ້ນ 3. |
| ປະເພດພືດ : | ໄມ້ຢືນຕົ້ນຂຽວຕະຫລອດປີ ສູງເຖິງ 40 ມ. |
| ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່. ເປືອກສີນ້ຳຕານເ ຂັ້ມແກມສີຂີ້ເຖົ່າ, ເປືອກມີຮອຍແຕກເລິກ. |
| ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າກົມມົນ, ກ້ຽງ ບໍ່ມີຂົນ. |
| ທາດແຫຼວທີ່ລະບາຍອອກ : | ທາດແຫຼວທີ່ໄຫຼອອກເປັນນ້ຳມັນ. |
| ໃບ : | ໃບດ່ຽວ , ຈັບສະຫລັບກັນ ໃນແຜ່ນພຽງດຽວ, ແຜ່ນໃບຮູບໄຂ່ແຄບ ຫາຮູບຮີ , ປາຍໃບສ້ວຍແຫຼມ, ຖານໃບຮູບມົນ, ມີຂຸມແມງ ບໍ່ມີຂົນ, ຂອບໃບລຽບ. ກ່າງຂັ້ນໜຶ່ງເປັນເສັ້ນດ່ຽວ, ເສັ້ນກ່າງຂັ້ນສອງ ແລະ ຂັ້ນສາມສະຫຼຽງ ໃຫ້ກ່າງກາງ. ຫູໃບນ້ອຍ, ບໍ່ຫຸ້ມເອັາກິ່ງງ່າ. |
| ຊໍ່ດອກ / ດອກ : | ດອກ ສີເຫຼືອງ, ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ ຊຶ່ງອອກຢູ່ປາຍ ແລະ ຂ້າງກິ່ງ, ດອກມີສອງເພດ. ກ້ານດອກ ຍາວເຖິງ 3 ມມ. |
| ໝາກ : | ໝາກເປືອກແຂງໄຂບໍ່ໄດ້ມີປີກ, ຍາວເຖິງ 6 ຊມ, ມີປີກຍາວ 2 ປີກ ແລະ ປີກສັ້ນ 3 ປີກ, ໝາກບໍ່ແຕກ ອອກເມ່ືອສຸກແລ້ວ, ໝາກກ້ຽງ. |
| ແກ່ນ : | ແກ່ນ ມີ 1 ເມັດ. |