Liquidambar formosana Hance - HAMAMELIDACEAE

ຊ່ືພ້ອງ : Liquidambar acerifolia Maxim.
Liquidambar maximoviczii Miq.
Liquidambar tonkinensis A. Chev .

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ, ເປືອກມີຮອຍແຕກ. ໃບດ່ຽວ ແກວກເລິກ. ຫູໃບຮູບແຂບ, ບໍ່ຕິດ ຫຼື ຕິດກັບກ້ານໃບ. ດອກມີເພດແຍກພາຍໃນ ຕົ້ນດຽວ. ໝາກຮູບກົມ, ຈັດເປັນຫົວຂອງໝາກແຫ້ງໄຂໄດ້ ແບບແຄບຊູນຫຼາຍໆໝາກ.
ປະເພດພືດ : ໄມ້ຢືນຕົ້ນ ຜັດປ່ຽນໃບ ສູງເຖິງ 20 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກສີຂີ້ເຖົ່າເຂັ້ມ, ເປືອກມີຮອຍແຕກ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະຫລັບ ແລະ ແບບກ້ຽວວຽນ, ແຜ່ນໃບແກວກເລິກ ເປັນ ສາມສ່ວນ. ກ່າງຂັ້ນໜຶ່ງ ມີ 3 ເສັ້ນ, ກ່າງ ຂັ້ນສອງ ສະຫຼຽງມຸມເຫວີ ໃຫ້ກ່າງກາງ, ກ່າງຂັ້ນສາມຈັດເປັນຕາໜ່າງ. ຫູໃບ ຕົກລົ່ນໄວ, ມີຮູບແຂບ, ບໍ່ຕິດ ຫຼື ຕິດກັບ ກ້ານໃບ.
ຊໍ່ດອກ / ດອກ : ດອກ ມີເພດແຍກພາຍໃນຕົ້ນດຽວ, ມີຈຳນວນຫຼາຍ, ຈັດລຽງ ເປັນຊໍ່ດອກ, ອອກປາຍຍອດ, ດອກເພດແມ່ຈັດເປັນຄ້າຍຫົວດອກ ມີກ້ານຊໍ່ດອກຍາວ, ດອກເພດຜູ້ຈັດເປັນຊໍ່ກະຈ່າງ ມີກ້ານຊໍ່ດອກສັ້ນ, ກ້ານດອກ ຍາວເຖິງ 3 ມມ.
ໝາກ : ແມ່ນໝາກກຸ່ມ ເປັນຫົວໝາກໝາກ, ຂະໜາດ ເສັ້ນຜ່າກາງ 3 ຊມ, ປະກອບດ້ວຍໝາກແຫ້ງໄຂໄດ້ ຫຼາຍໝາກຕິດເຂົ້າກັນ ມີໜາມ ແລະ ແຂງ.
ແກ່ນ : ແກ່ນ ມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດພົບທົ່ວໄປໃນປ່າດົງດິບ ເຂດພູ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ຈີນ, ເກົາຫຼີ, ໃຕ້ຫວັນ, ຫວຽດນາມ ແລະ ລາວ (ແຂວງ ອັດຕະປື, ຄຳມ່ວນ ແລະ ບໍລິຄຳໄຊ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ ຍັງບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 67, BT 275, LAO 72, LAO 340 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Hoang Van Sam, Khamseng Nanthavong & P.J.A. Keßler. 2004. Trees of Laos and Vietnam. Blumea 49: 201--349.

Top of the page