English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
| ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ປົກກະຕິ ເປັນໄມ້ຢືນຕົ້ນຜັດປ່ຽນໃບ , ເປືອກມີຮອຍແຕກ, ກິ່ງງ່າມີຂົນ. ໃບປະສົມປາຍຄີກ, ຈັບພາບກັນ,ໃບຍ່ອຍຈັບພາບ. ດອກມີເພດຮ່ວມ, ກີບດອກສີເຫຼືອງເປື້ອນ ມີຕ່ອມໃຫຍ່ ຊຶ່ງຄືຕຸ່ມ ຕູດຢູ່ດ້ານນອກ. ໝາກແມ່ນໝາກແຫ້ງໄຂໄດ້ແບບແຄບຊູນຍາວ ຄ້າຍຄືຝັກ, ມີຂົນໜາຄືແຜ່ນແລນ, ສີເປື້ອນ. ແກ່ນ ມີປີກ. |
| ປະເພດພືດ : | ໄມ້ຢືນຕົ້ນ ຜັດປ່ຽນໃບ ຫລື ບາງຄັ້ງຄາວຂຽວຕະຫລອດປີ ສູງເຖິງ 25 ມ. |
| ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່, ເປືອກສີນ້ຳຕານ ອົມສີຄຼີມ, ມີຮອຍແຕກຕື້ນ. |
| ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າກົມມົນ, ມີຂົນ. |
| ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
| ໃບ : | ໃບປະສົມ ແບບຂົນນົກ ປາຍຄີກ , ຈັບພາບ, ບິ້ງ ໃບຮູບຮີ ຫາຮູບໄຂ່ແຄບ, ປາຍໃບສ້ວຍແຫຼມ, ຖານໃບມົນ, ຂອບໃບເປັນແຂ້ວເລ່ືອຍ, ມີຕ່ອມພົ້ນຢູ່ຕາມ ແຜ່ນໃບສ່ວນໂຄນ ແບບກະແຈກກະຈາຍ, ບິ້ງໃບ ຄູ່ຕ່ຳສຸດຄ້າຍຄືຫູໃບ. ກ່າງໃບ ຂັ້ນໜຶ່ງເປັນເສັ້ນດ່ຽວ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ກ່າງຂັ້ນສາມ ເປັນຕາ ໜ່າງ. |
| ຊໍ່ດອກ / ດອກ : | ດອກສີເຫຼືອງເປື້ອນ, ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ, ອອກຕາມ ຕຳແໜ່ງປາຍຍອດ, ດອກມີເພດ ຮ່ວມ, ກ້ານດອກ ຍາວກ່ວາ 0.5 ເຊັນ, ດ້ານນອກຂອງກີບດອກ ມີຕ່ອມໃຫ່ຍ ຄ້າຍຕູດ (2 - 3 ມມ) . |
| ໝາກ : | ໝາກແມ່ນໝາກແຫ້ງໄຂໄດ້ແບບແຄບຊູນຍາວ ຄ້າຍຄືຝັກ, ຂະໜາດ 47 - 70 ຊມ,ແຕກອອກ ເປັນສອງສ່ວນຕາມລວງຍາວເມື່ອສຸກແລ້ວ. |
| ແກ່ນ : | ແກ່ນ ມີຫລາຍ ເມັດ, ແກ່ນມີມີ ປີກ 2 ປີກ. |