Microcos tomentosa Sm. - TILIACEAE

ຊ່ືພ້ອງ : Grewia paniculata DC.

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນ ຄ່ອມ Ton Khome

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃບຂຽວຕະຫຼອດປີ, ເປືອກແຕກເຫີບເປັນແຜ່ນໆ, ກິ່ງງ່າມີຂົນ. ໃບດ່ຽວ ຈັບສະຫລັບພາຍໃນແຜ່ນພຽງດຽວ, ຂອບໃບ ເປັນແຂ້ວເລ່ືອຍ, ມີຂົນຮູບດາວຢູ່ດ້ານລຸ່ມ. ກ່າງຂັ້ນໜ່ຶງໃຫຍ່, ອອກຈາກໂຄນໃບ. ຫູໃບ ເສລີ. ດອກມີເພດຮ່ວມ. ໝາກເປັນ ໝາກເນື້ອມີແກນ ສີສົ້ມ.
ປະເພດພືດ : ໄມ້ຢືນຕົ້ນ ຂຽວຕະຫລອດປີ ສູງເຖິງ 20 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ບາງຄັ້ງ ປັຸ້ງທີ່ໂຄນ, ເປືອກສີຂີ້ເຖົ່າຈາງ, ເປືອກໃນ ເປັນເສັ້ນໃຍ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະລັບກັນໃນແຜ່ນພຽງດຽວ, ມີຂົນຮູບດາວ, ແຜ່ນໃບຮູບສ້ວຍ ຫຼື ຮູບໄຂ່ປີ້ນ, ປາຍໃບສ້ວຍແຫລຼມຫາແຫຼມເປັນຕິ່ງ, ຖານໃບມົນ, ຂອບໃບ ເປັນ ແຂ້ວເລ່ືອຍຢູ່ສ່ວນປາຍ, ກ່າງໃບ 3 ເສັ້ນໃຫຍ່ອອກແຕ່ໂຄນໃບ, ກ່າງຂັ້ນສອງ ສະຫຼຽງໃຫ້ກ່າງກາງ,ຂະໜານກັນຫ່າງໆ, ກ່າງໃບຂັ້ນສາມ ຈັດເປັນຕາ ໜ່າງ. ມີຫູໃບ, ຕົກລົ່ນໄວ.
ຊໍ່ດອກ / ດອກ : ດອກ ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ, ອອກຕາມຕຳແໜ່ງ ປາຍຍອດ ຫຼື ອອກດ້ານຂ້າງ, ດອກມີເພດຮ່ວມ, ກ້ານດອກ ຍາວເຖິງ 3 ມມ.
ໝາກ : ໝາກເນື້ອມີແກນ, ມີຂະໜາດຍາວເຖິງ 2.5 ຊມ, ອອກສີແດງອົມສີສົ້ມ , ເປືອກເປັນຄືແຜ່ນໜັງ, ໝາກບໍ່ ແຕກອອກເປັນສອງສ່ວນເມື່ອສຸກແລ້ວ.
ແກ່ນ : ແກ່ນ ມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດພົບທົ່ວໄປໃນປ່າດົງ​ດິບ

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ມ່ຽນມ້າ, ກຳພູຊາ, ມາເລເຊັຍ, ຟີລິບປິນ, ໄທ, ຫວຽດນາມ ແລະ ລາວ (ແຂວງ ບໍລິຄຳໄຊ ແລະ ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໝາກສຸກກິນໄດ້.

ຕົວຢ່າງທີ່ໄດ້ສຶກສາ :
BT 33, LAO 1358 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Phengklai, C. 1993. Tiliaceae in Flora of Thailand 6: 37

Top of the page