Nageia wallichiana (C.Presl.) Kuntze - PODOCARPACEAE

ຊ່ືພື້ນຖານ : Podocarpus wallichianus C. Presl

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃບຂຽວຕະຫລອດປີ, ງ່າຕາກອອກຕາມລວງນອນ. ທາດແຫຼວລະບາຍອອກເປັນນ້ຳມັນ, ສີສົ້ມແກມສີອອກແດງ. ໃບ ດ່ຽວຄ້າຍໃບຟິນໂລດ (ບໍ່ມີກ່າງຂັ້ນໜຶ່ງ), ຈັບພາບ, ກ້ຽງບໍ່ມີຂົນ. ໝາກຄ້ານໂກນໝາກ ເພດຜູ້ ແລະ ແມ່ ອອກຕ່າງຕົ້ນ, ອອກ ທາງຂ້າງ.
ປະເພດພືດ : ເປັນໄມ້ຢືນຕົ້ນໃບຂຽວຕະຫອດປີນ, ສູງເຖິງ 30 ແມັດ, ເສັ້ນຜ່າກາງຂອງລຳຕົ້ນ ປະມານ 25 ຊັງຕີແມັດ, ເຮືອນຍອດ. ຮູບຈວຍ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່, ລຳຕົ້ນຮູບທໍ່ກົມ, ເປືອກມີສີນ້ຳຕານເຂັ້ມ ຫລື ສີນ້ຳຕານ ແກມສີເທົາ, ເປືອກລຽບຫາເປັນເກັດໆ, ລອກອອກເປັນປ່ຽງໆ, ແຜ່ນ ເກັດໃຫຍ່ ບໍ່ສະເໝີກັນ, ເປືອກໃນສີແດງແກມສີອອກຂາວ ຫລື ສີນ້ຳຕານ, ມີນ້ຳຢາງ ທີ່ເປັນນ້ຳມັນສີ ນ້ຳຕານ, ມອກໄມ້ສີຂາວ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າອ່ອນແຕກອອກຕາມລວງນອນ, ຈັດເປັນວົງ, ມີຕາຍອດ ຂ້ອນຂ້າງມົນ.
ທາດແຫຼວທີ່ລະບາຍອອກ : ນ້ຳຢາງບັນຈຸທາດນ້ຳມັນ, ມີສີສົ້ມແກມສີອອກແດງ, ມີກິ່ນຫອມ.
ໃບ : ໃບມີລັກສະນະເປັນໃບດ່ຽວ, ຈັບພາບກັນ ຫລື ເກືອບພາບກັນ, ໃບແຕ່ລະຄູ່ ຈັບສະຫລັບຕັ້ງສາກກັນ, ແຜ່ນໃບຮູບໄຂ່ ຫາຮູບຮີ, ຫລັງໃບມີສີຂຽວເຂັ້ມ, ທ້ອງ ໃບສີຂຽວຈາງ, ຂອບໃບລຽບ, ຂະຫນາດ 10-15 x 3-5 ຊມ. ປາຍໃບສ້ວຍແຫລມ ເປັນຕິ່ງ, ໂຄນໃບສ້ວຍແຫລມ ຫາຮຽວແຫຼມ, ຂອບໃບລຽບ, ມີປ່ອງອາກາດຈັດລຽນ ເປັນເສັ້ນ ເຫັນຢູ່ທັງ 2 ດ້ານ.
ໝາກ : ຄ້າຍໂກນໝາກ, ໝາກຜູ້ ແລະ ໝາກແມ່ຢູ່ຕ່າງຕົ້ນ, ໝາກແມ່ອອກດ່ຽວ, ອອກທາງຂ້າງ, ໝາກຜູ້ອອກ ເປັນຈຸ້ມ 3 ຫາ 5 ໝາກ, ອອກທາງຂ້າງ.
ແກ່ນ : ເມັດຮູບກົມ ເສັ້ນຜ່າກາງປະມານ 2 ຊມ. ໝາກແກ່ ມີສີດຳ ມີປາຍໝາກ, ຄ້າຍນວນ ສີແດງແກມ ສີແດງອົມ ມ່ວງ ອ້ອມຮອບຢູ່ .

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນປ່າດົງດິບຕຶບ ແຕ່ ລະດັບຄວາມສູງ 500 ຫາ 700 ມ. ຢູ່ຫວຽດນາມ ພົບຢູ່ລະດັບ 2100 ມ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ມ່ຽນມ້າ, ກຳພູຊາ, ຈີນ (ພາກໃຕ້), ອິນເດັຍ (ເຂດ ອັດສຳ), ແຫຼມມາເລເຊັຍ, ມາເລເຊັຍ ຕະຫຼອດຮອດນິວກີເນັຍ, ໄທ, ຫວຽດນາມ ແລະ ລາວ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ທີ່ມີລາຄາສູງ ຖືກນຳໃຊ້ເຮັດເຄ່ືອງດົນຕຼີ, ເຮັດໄມ້ທູ່, ເຄ່ືອງຫັດຖະກຳ ແລະ ເຄ່ືອງໃຊ້ໃນເຮືອນ ເນື້ອໄມ້ນຳໃຊ້ໃນການປູກສ້າງ, ເຄື່ອງໂຟນີເຈີ ແລະ ເຮັດຟືນ. ເກັບກູ້ ນ້ຳຢາງຂາຍເປັນສິນຄ້າ, ປູກເພື່ອເປັນໄມ້ປະດັບ.
ຢູ່ປະເທດລາວ ມີສອງຊະນິດຂອງສະກຸນ Nageia, : N. wallichiana ແລະ N fleuryi. ຄວາມແຕກຕ່າງຕົ້ນຕໍແມ່ນແມ່ນ ຊະນິດ N. wallichiana ມີປອ່ງອາກາດແຈກຢາຍຢູ່ທັງສອງດ້ານຂອງໃບ ແລະ ມີຖານຂອງເມັດໄຄ່ຟອງ ສ່ວນຊະນິດ N. fleuryi ມີປອ່ງອາກາດຢາຍຢູ່ດ້ານລຸ່ມຂອງໃບເທົ່ານັ້ນ ແລະ ຖານຂອງເມັດກໍ່ບໍ່ໄຄ່ຟອງອີກ.

ຕົວຢ່າງທີ່ໄດ້ສຶກສາ :
BT 574 and BT 904 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Nguyen Tien Hiep, Pan Ke Loc, Nguyen Duc To Luu, P.I. Thomas, A. Farjon, L. Averyanov & J. Regalado Jr. 2004. Vietnam Conifers: Conservation Status Review 2004. Fauna & Flora International, Vietnam Programme, Hanoi.

Top of the page