English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
| ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໄມ້ຢືນຕົ້ນຜັດປ່ຽນໃບ ຫຼື ໃບຂຽວຕະຫລອດປີ, ເປືອກລຽບຫາເປືອກ ແຕກເຫີບເລັກນ້ອຍ, ກິ່ງງ່າມີຂົໜ. ໃບດ່ຽວ ຈັບສະຫຼັບ, ໂຮມກັນ ຢູປາຍຂອງງ່າ, ແຜ່ນໃບດ້ານລຸ່ມ ອອກສີຂຽວ ແກມສີນ້ຳເງິນ. ດອກມີເພດແຍກຕ່າງຕົ້ນ, ຈັດເປັນຫົວດອກ. ໝາກເນື້ອມີແກນ. |
| ປະເພດພືດ : | ໄມ້ຢືນຕົ້ນ ຜັດປ່ຽນໃບໄລຍະສັ້ນໆ ຫລື ເປັນໄມ້ຢືນຕົ້ນ ຂຽວຕະຫລອດປີສູງເຖິງ 40 ມ. |
| ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່ ຫຼື ເນີ້ງ, ເປືອກສີຂີ້ເຖົ່າເຂັ້ມ ຫຼື ສີນ້ຳຕານ ເຂັ້ມ, ລຽບ ຫາມີເກັດເປັນແຜ່ນບາງໆເລັກນ້ອຍ. |
| ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າກົມມົນ, ມີຂົນ. |
| ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
| ໃບ : | ໃບດ່ຽວ, ຈັບສະຫລັບ ແລະ ກ້ຽວວຽນ, ໃບ ສ່ວນຫຼາຍມັກເປັນຈຸ້ມຢູ່ປາຍກິ່ງ, ແຜ່ນໃບຮູບຮີ ຫາ ຮູບໄຂ່ປີ້ນ, ປາຍໃບສ້ວຍແຫຼມຫາແຫຼມເປັນຕິ່ງ, ຖານໃບ ສ້ວຍແຫຼມ, ພື້ນໃບອອກສີຂຽວແກມນ້ຳເງິນ, ຂອບໃບລຽບ.ກ່າງກາງຮາບພຽງ ຢູ່ດ້ານເທິງ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ ຫາ ສະຫຼຽງມຸມເຫວີ, ຂະໜານ ກັນຫ່າງໆ, ກ່າງຂັ້ນສາມຈັດລຽນເປັນຕາໜ່າງ. ບໍ່ມີຫູໃບ. |
| ຊໍ່ດອກ / ດອກ : | ດອກມີສີອອກຂຽວ, ມີເພດແຍກຕ່າງຕົ້ນ, ດອກຈຳນວນຫຼາຍ ຈັດລຽງ ເປັນຊໍ່ດອກຊຶ່ງເປັນຫົວດອກ, ຊໍ່ອອກດ້ານຂ້າງ, ດອກມີເພດດຽວ, ຕ່າງຕົ້ນ, ກ້ານດອກ ຍາວເຖິງ 3 ມມ. |
| ໝາກ : | ໝາກຄ້າຍໝາກເນື້ອມີແກນ, ຂະໜາດເສັ້ນຜ່າກາງເຖິງ 2.5 ຊມ, ເປືອກເປັນຄືແຜ່ນໜັງແຂງ, ດ້ານໃນມີເນື້ອ. |
| ແກ່ນ : | ແກ່ນ ມີ 1 ເມັດ. |