Triadica cochinchinensis Lour. - EUPHORBIACEAE

ຊ່ືພ້ອງ : Stillingia discolor Champ. ex Benth.
Sapium discolor (Champ.ex Benth.) Müll.Arg.
Excoecaria discolor (Champ.ex Benth.) Müll.Arg .
Excoecaria loureiroana Müll.Arg.
Sapium cochinchinense (Lour.) Pax.& K.Hoffm
Shirakia cochinchinensis ( Lour.) Hurus

ຊ່ືພື້ນເມືອງເປັນພາສາລາວ : ເລິບລາງ Leup Lang

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ເປືອກມີຕູດໆນ້ອຍ ຢາຍຕາມລວງຕັ້ງຂອງຕົ້ນ. ໃບໜາຢູ່ຂອບ, ເມື່ອແກ່ ກຽມຈະລົ່ນເປັນສີແດງ ແລະ ກ້ານໃບຍາວ ມີສີອອກ ແດງ. ມີຕ່ອມສອງຕ່ອມສີແດງຮູບໝາກໄຂ່ຫຼັງຈັບຢູ່ບ່ອນຈັບ ຂອງກ້ານໃບຕໍ່ໃສ່ແຜ່ນໃບ .
ປະເພດພືດ : ໄມ້​ຢືນ​ຕົ້ນ​ຜັດປ່ຽນໃບ ຂະໜາດ​ນ້ອຍ ​ສູງ​ເຖິງ 25 ​ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່. ເປືອກລຽບສີຂີ້ເຖົ່າ ອອກຂາວ ພ້ອມມີຕູດນ້ອຍ ຢາຍຕາມລວງຕັ້ງຊື່, ມີຮອຍແຕກ ຊ່ອງອາກາດ, ລຸ່ມຖັດເປືອກອອກສີຂຽວ, ເປືອກໃນມີສີຄີມ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າຮູບທໍ່ກົມ, ກ້ຽງ ບໍ່ມີຂົນ, ງ່າອ່ອນມີສີແດງເຂັ້ມ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ໄຫຼອອກມີສີຂາວ.
ໃບ : ໃບດ່ຽວ, ຈັບສະລັບ ແລະ ກ້ຽວວຽນ, ຂະໜາດ 4-11 x 2.5-4 ຊມ, ຮູບໄຂ່ ຫາຮູບສ້ວຍ, ປາຍສ້ວຍແຫຼມເປັນຕິ່ງ, ໂຄນສ້ວຍແຫຼມມຸມເຫວີ, ຂອບໃບລຽບ ແລະ ໜາ, ເມື່ອຍັງອ່ອນ ມີສີອອກບົວ, ເມື່ອແກ່ ກຽມຈະລົ່ນເປັນສີແດງ, ດ້ານລຸ່ມມີສີຂຽວແກມນ້ຳເງິນ ແລະ ກ້ຽງ ບໍ່ມີຂົນທັງສອງດ້ານ. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງຂັ້ນໜຶ່ງເປັນກ່າງດ່ຽວ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມເປັນແບບດ່າງແຫ ລະອຽດ. ກ້ານໃບຍາວ, ສີນ້ຳຕານແກມສີອອກແດງ, ມີຕ່ອມສອງຕ່ອມຢູ່ບ່ອນກ້ານໃບຈັບໃສ່ແຜ່ນໃບ. ມີຫູໃບ.
ຊໍ່ດອກ / ດອກ : ດອກສີເຫຼືອງ, ຈັດເປັນຊໍ່ດອກບໍ່ມີກ້ານ ຈັບເປັນກຸ່ມ ອອກຢູ່ປາຍ ຫຼື ຢູ່ຂ້າງກິ່ງ.
ໝາກ : ໝາກແຫ້ງໄຂໄດ້ແບບແຄບຊູນ, ຂະໜາດ 0.7- 0.9 ຊມ, ຮູບກົມມົນ, ເມື່ອສຸກແລ້ວ ມີສີນ້ຳຕານເຂັ້ມ.
ແກ່ນ : ແກ່ນ ມີ 3 ເມັດ, ສີຂຽວແກມສີຟ້າ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າຂັ້ນໜຶ່ງ( ດັ່ງເດີມ) ແລະ ປ່າທີ່ຖືກທຳລາຍ, ບ່ອນທີ່ມີຄວາມສູງເຖິງ 1000 ແມັດ. ການອອກດອກ ແລະ ໝາກ ແມ່ນມີຕະຫຼອດປີ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດມ້ຽນມາ, ກຳພູຊາ, ຈີນ (ພາກຕາເວັນອອກ), ອີນເດັຍ, ອິນໂດເນເຊັຍ (ເກາະຊູມາຕຼາ, ພາກເໜືອຂອງເກາະບອກນຽວ), ແຫຼມມາເລເຊັຍ, ຟິລິບປິນ, ເກາະສຸລາເວສີ, ໄທ (ພາກເໜືອ, ຕາວັນອອກສ່ຽງເໜືອ, ພາກຕາວັນອອກ ແລະ ພາກໃຕ້(ແຫຼມຂອງປະເທດໄທ), ຫວຽດນາມ ແລະ ລາວ (ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ເປັນໄມ້ເນື້ອອ່ອນ ແລະມີຄາລາຖືກ.

ຕົວຢ່າງທີ່ໄດ້ສຶກສາ :
BT 507 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Lehmann L., M. Greijmans and D. Shenman. 2003. Forests and trees of the central highlands of Xieng Khouang Lao PDR, A field guide. Lao Tree Seed Project, Vientiane, Laos.
Peter C. Van Welzen & Kongkanda Chayamarit. 2007. Flora of Thailand, Vol. 8, part 2.The Forest Herbarium, Royal Forest Department, Bangkok, Thailand.

Top of the page